ແຂວງ ບິ່ງ​ດິ້ງ ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ດ້ວຍ​ກິລາ​ທະ​ເລ

15:45 | 28/10/2023

ຍສໝ - ບິ່ງ​ດິ້ງ ປາດ​ຖະໜາ​ຢາກ​ກາຍ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ແລ່ນ​ເຮືອ​ໃບ, ຂັບ​ຂີ່​ເຮືອ​ບິນ ​ແລະ ກິລາ​ທະ​ເລ​ອື່ນໆ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທົ່ວ​ສາກົນ.

ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ
ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ຂຶ້ນ​ສູ່​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ເຊັກ​ອິນ​ຢູ່​ບິ່ງ​ດິ້ງ ຍອດ​ພູ​ທີ່​ມີ​ຮູບ​ຮ່າງ​ມັງກອນ​ຂຶ້ນ​ສູ່​ທະ​ເລ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ເຊັກ​ອິນ​ຢູ່​ບິ່ງ​ດິ້ງ

​ເນື້ອ​ໃນ​ໄດ້​ຮັບ​ການ​ປຶກສາ​ຫາລື​ຈາກ​ການ​ນຳ​ແຂວງ ​ແລະ ນັກ​ຊ່ຽວຊານ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ແກ້​ໄຂ​ການ​ພັດທະນາ​ເສດຖະກິດ​ທາງ​ທະ​ເລ​ຕິດ​ພັນ​ກັບ​ງານ​ກິລາ​ແລະ​ວັດທະນະທຳ​ໂລກ”, ​ເນື່ອງ​ໃນ​ໂອກາດ​ງານ​ແຂ່ງຂັນ​ແລ່ນ​ເຮືອ​ສາກົນ ກິວເຍີນ 2023 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 - 29 ຕຸລາ​ນີ້.

ແຂວງ ບິ່ງ​ດິ້ງ ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ດ້ວຍ​ກິລາ​ທະ​ເລ

ແຂວງ ບິ່ງ​ດິ້ງ ປາດ​ຖະໜາ​ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ດ້ວຍ​ກິລາ​ທະ​ເລ

​ໃນ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແຂວງ​ໄດ້​ສຸມ​ໃສ່​ການ​ທ່ອງ​ທ່ຽວ​ກິລາ​ດ້ວຍ​ບັນດາ​ວິຊາ​ຄື: ສິລະ​ປະ​ຍຸດ​ທະ​ສາດ, ທ່ອງ​ທ່ຽວ​ກ໊ອຟ, ແລ່ນ​ຂ້າມ​ປະ​ເທດ, ບານ​ສົ່ງ​ຫາດ​ຊາຍ, ​ແລ່ນ​ມາຣາທອນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຊົມ.

ຈຸດພົ້ນເດັ່ນອັນໜຶ່ງໃນການທ່ອງທ່ຽວກິລາຂອງແຂວງແມ່ນການຮ່ວມມືກັບສະຫະພັນກຳມະບານສາກົນ, ຜູ້ຈັດການແຂ່ງຂັນ F1H2O ໃນປະມານ 40 ປະເທດທົ່ວໂລກ, ໃນເດືອນມີນາ 2024. ຫຼື ການແຂ່ງຂັນແລ່ນເຮືອໃບ ແລະ ຢືນລະດັບສາກົນທີ່ພວມດຳເນີນຢູ່ນັ້ນ ໄດ້ດຶງດູດນັກກິລາ 20 ຄົນຈາກ 10 ປະເທດເຂົ້າຮ່ວມເຊັ່ນ: ອົດສະຕາລີ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ອີຕາລີ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.