ແລກປ່ຽນປະສົບການກ່ຽວກັບກະສິກໍາ, ອຸດສາຫະກໍາ ແລະທ່ອງທ່ຽວກັບລາວ

15:02 | 26/10/2023

ແລກປ່ຽນປະສົບການກ່ຽວກັບກະສິກໍາ, ອຸດສາຫະກໍາ ແລະທ່ອງທ່ຽວກັບລາວ

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ) ເພີ່ມທະວີການແລກປ່ຽນປະສົບການດ້ານວິຊາຊີບລະຫວ່າງໜັງສືພິມກອງທັບປະຊາຊົນ (ຫວຽດນາມ) ແລະ ໜັງສືພິມທະຫານເຂດ 1 (ລາວ)

ວັນທີ 23 ຕຸລາ, ຄະນະຜູ້ແທນ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນແທ່ັງຈູງ, ຮອງປະທານຜູ້ປະຈໍາການ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບຄະນະຜູ້ແທນສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ບໍ່ປະຈຳການ) ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ໂຮ່ຈີມິນ.

ທີ່ການເຮັດວຽກ, ສະຫາຍ ອ໋ອດ ພົງສະຫວັນ ໄດ້ສະເໜີໃຫ້ນະຄອນໂຮ່ຈີມິນ ໜູນຊ່ວຍ ແລະຊ່ວຍເຫຼືອລາວ ໃນການເຄື່ອນໄຫວຜະລິດກະສິກຳ, ປຸງແຕ່ງຜະລິດຕະພັນ ແລະເພີ່ມທະວີການແລກປ່ຽນການຄ້າ; ຍູ້ແຮງການແລກປ່ຽນຄະນະຜູ້ແທນ ເພື່ອແບ່ງປັນບົດຮຽນປະສົບການ, ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເຕັກນິກ, ແຫຼ່ງແນວພັນໃນການຜະລິດກະສິກຳ, ການຮ່ວມມືດ້ານການຄ້າ. ຄຽງຂ້າງນັ້ນ, ຕາມສະຫາຍ ອ໋ອດ ພົງສະຫວັນ ແລ້ວ, ນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ຄວນເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ ແລະພົບປະແລກປ່ຽນປະຊາຊົນ, ພິເສດແມ່ນລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດ ເພື່ອປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ແລກປ່ຽນປະສົບການກ່ຽວກັບກະສິກໍາ, ອຸດສາຫະກໍາ ແລະທ່ອງທ່ຽວກັບລາວ
ບັນຍາກາດ ທີ່ການເຮັດວຽກ. ພາບ:TTXVN

ທີ່ການເຮັດວຽກ,ສອງຝ່າຍໄດ້ແບ່ງປັນໝາກຜົນການຮ່ວມມືລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກັບບັນດາອົງການແນວລາວສ້າງຊາດ ຂັ້ນສູນກາງ ແລະທ້ອງຖິ່ນ; ການເຄື່ອນໄຫວຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ ໃນຂົງເຂດກະສິກຳ ຄື: ການລ້ຽງງົວ ຢູ່ນະຄອນຫຼວງວຽງຈັນ, ຍົກສູງສະມັດຕະພາບເຂົ້າສານຢູ່ແຂວງຈໍາປາສັກ ແລະສະຫວັນນະເຂດ; ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນການປຸງແຕ່ງ ແລະ ແຈກຢາຍຜະລິດຕະພັນກະເສດ, ສົ່ງເສີມການຄ້າສອງຝ່າຍ...

ໃນການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ສົມທົບກັບບັນດາພະແນກ, ຂະແໜງການຂອງນະຄອນ ເພື່ອແລກປ່ຽນບົດຮຽນໃນຂົງເຂດກະສິກຳ, ຊອກຫາກາລະໂອກາດຮ່ວມມືໃນຂົງເຂດກະສິກຳ ແລະອື່ນໆ; ຢ້ຽມຊົມເຂດກະສິກຳເຕັກໂນໂລຢີສູງນະຄອນໂຮ່ຈີມິນ ແລະຮູບແບບປຸງແຕ່ງຜະລິດຕະພັນກະເສດ ຢູ່ບາງສະຫະກອນກະສິກຳ ໃນບໍລິເວນນະຄອນ.

ບູນມີ

ເຫດການ
302 Found

Found

The document has moved here.