ຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ

02:20 | 24/10/2023

ຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ

ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແບບວິທີຮັບໃຊ້ໂຄງການພົບປະແລກປ່ຽນມິດຕະພາບດ້ານການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ ຂອງຫວຽດນາມ, ຄະນະຜູ້ແທນສະພາແຫ່ງຊາດສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ໄດ້ມີການເຮັດວຽກກັບບັນດາແຂວງທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ.

ໂດຍເປັນປະທານຮ່ວມໃນການເຮັດວຽກມີທ່ານ ຫວູຫາຍຮ່າ ຫົວໜ້າກໍາມາທິການການຕ່າງປະເທດ (ສະພາແຫ່ງຊາດຫວຽດນາມ); ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ (ສະພາແຫ່ງຊາດລາວ); ທ່ານ Sous Yara, ຫົວໜ້າກໍາມາທິການການຕ່າງປະເທດ, ການຮ່ວມມືສາກົນ, ການຖະແຫຼງຂ່າວ ແລະສື່ສານ (ສະພາແຫ່ງຊາດກໍາປູເຈຍ).

ຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະ ຫວຽດນາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ການເຮັດວຽກນອນໃນລາຍການສຳຫຼວດພື້ນທີ່ຕົວຈິງ ເພື່ອຮັບໃຊ້ກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ເຊິ່ງຄາດວ່າ ຈະດຳເນີນໃນຕົ້ນເດືອນທັນວາ ຈະມາເຖິງນີ້.

ທີ່ການເຮັດວຽກ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືຂອງພາກພື້ນໃນຂົງເຂດ: ການພົວພັນຕ່າງປະເທດ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ພ້ອມດຽວກັນນັ້ນ, ບັນດາທ້ອງຖິ່ນຂອງ ຫວຽດນາມ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາຄື ຢາລາຍ, ກອນຕຸມ, ດັກນົງ, ດັກລັກ, ບິ່ງເຟືອກ ກໍ່ໄດ້ມີຂໍ້ສະເໜີແນະ ເພື່ອເພີ່ມທະວີບົດບາດຂອງລັດຖະສະພາ 3 ປະເທດໃນການຊຸກຍູ້ການພົວພັນ ຮ່ວມມື, ຄູ່ເຈລະຈາ, ຄວາມສາມັກຄີ, ວັດທະນາຖາວອນ, ຊຸກຍູ້ການເຊື່ອມຕໍ່ສາມພື້ນຖານເສດຖະກິດ ກຳປູເຈຍ, ລາວ ແລະຫວຽດນາມ ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ.

ບູນມີ

ເຫດການ
302 Found

Found

The document has moved here.