ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ

17:28 | 11/10/2023

ຍສໝ - ນີ້ແມ່ນຄັ້ງທີ 8 ຕິດຕໍ່ກັນນັບແຕ່ປີ 2014, ຫວຽດນາມໄດ້ສົ່ງສານເຖິງກອງປະຊຸມ, ໂດຍສະເພາະແມ່ນໃນສະພາບການສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW) ມີຜົນສັກສິດຢ່າງເປັນທາງການ ໃນວັນທີ 22 ມັງກອນ 2021. ຫວຽດນາມເປັນປະເທດທີ 10 ໃນ 55 ປະເທດທີ່ໄດ້ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.

ຫວຽດນາມ ສະໜັບສະໜູນຫຼຸດຜ່ອນອາວຸດ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຫວຽດນາມ ສະໜັບສະໜູນຫຼຸດຜ່ອນອາວຸດ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ
ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ ຫວຽດນາມ ຮຽກຮ້ອງການຫຼຸດຜ່ອນອາວຸດນິວເຄຼຍ

ໃນສານສາມັກຄີ ມີບາງຕອນຂຽນວ່າ:

ໂດຍເປັນປະເທດທີ່ໄດ້ຮັບຜົນກະທົບອັນຮ້າຍແຮງຂອງສົງຄາມ, ໂດຍສະເພາະ​ແມ່ນທາດພິດສີສົ້ມ, ເປັນອາວຸດເຄມີທີ່ໄດ້ຂ້າປະຊາຊົນຫຼາຍລ້ານຄົນ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນອັນຮ້າຍແຮງ ແລະຍືດເຍື້ອຍາວນານຕໍ່ກັບສິ່ງແວດລ້ອມ. ຫວຽດນາມ ຍາມ​ໃດ​ກໍ່ມີ​ຄວາມສະເໝີຕົ້ນສະເໝີປາຍກັບນະໂຍບາຍຄັດຄ້ານອາວຸດນິວເຄຼຍ ແລະເປັນໜຶ່ງໃນປະເທດທຳອິດທີ່ເຂົ້າຮ່ວມ, ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ. ພວກຂ້າ​ພະ​ເຈົ້າ​ມີ​ຄວາມດີໃຈທີ່ສົນທິສັນຍາມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 22 ມັງກອນ 2021.

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ

ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈີງ ໄດ້​ປຶກ​ສາ​ຫາ​ລື​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ແລະ ປະ​ທາ​ນາ​ທິ​ບໍ​ດີ ບຣາ​ຊິນ Luiz Inacio Lula da Silva.

ນີ້ບໍ່ພຽງແຕ່ເປັນຄວາມພະຍາຍາມຂອງບັນດາລັດຖະບານເທົ່ານັ້ນ ແຕ່ຍັງເປັນການຮ່ວມມື ແລະການສະໜັບສະໜູນທີ່ເຂັ້ມແຂງຂອງບັນດາຂະບວນການສັນຕິພາບໂລກ ແລະ ຍີ່ປຸ່ນ. ປະຈຸບັນ, ໂລກຍັງປະເຊີນ ​​ໜ້າກັບບັນດາຄວາມສ່ຽງທີ່ນັບບໍ່ຖ້ວນຂອງອາວຸດນິວເຄຼຍ, ບັນ​ດາການຜັນແປທີ່ສັບສົນທີ່ສຸດ ເນື່ອງຈາກການແກ່ງແຍ່ງລະຫວ່າງບັນດາປະເທດມະຫາອຳນາດ, ລັດທິຊາດນິຍົມຫົວ​ຮຸນ​ແຮງ, ລັດທິມະ​ຫາອຳນາດ, ການກະທຳແບບຝ່າຍດຽວຂອງບັນດາປະເທດໃຫຍ່ຢູ່ໃນບັນ​ດາຈຸດຮ້ອນເຊັ່ນ: ທະເລຕາເວັນອອກ, ບັນດາສິ່ງທ້າທາຍດ້ານຄວາມປອດໄພແບບໃໝ່ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການລະບາດຂອງພະຍາດ ແລະອື່ນໆ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຍັງຢືນຢັນວ່າ: “ພັກ, ລັດ, ປະຊາຊົນ ແລະຂະບວນການສັນຕິພາບຂອງຫວຽດນາມ ຈະສືບຕໍ່ໄປຄຽງຄູ່ກັບບັນ​ດາ​ເພື່ອນ​ມິດ ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ”. ພ້ອມທັງຂໍສະແດງຄວາມຂອບໃຈຕໍ່ລັດ ແລະປະຊາຊົນຍີ່ປຸ່ນ ກໍ່ຄືປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກສໍາລັບຄວາມຮູ້ສຶກທີ່ດີ, ການສະ​ໜັບ​ສະໜູນອັນລໍ້າຄ່າຕໍ່​ກັບຫວຽດນາມໃນການຕໍ່ສູ້ເພື່ອເອກະລາດ​ຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືພາລະກິດການສ້າງສາ ແລະພັດທະນາປະເທດຊາດຄືໃນປະຈຸບັນ.

ກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ ແມ່ນການ​ເຄື່ອນ​ໄຫວປະຈໍາປີ ເຊິ່ງຈະຈັດຂຶ້ນແຕ່ວັນທີ 2-9 ສິງຫານີ້ ທີ່ນະຄອນ Hiroshima ແລະ Nagasaki ປະເທດຍີ່ປຸ່ນ ໂດຍມີການເຂົ້າຮ່ວມຂອງຫຼາຍພັນອົງການຈັດຕັ້ງ, ບຸກຄົນທີ່ຮັກຫອມສັນຕິພາບ ທົ່ວໂລກ. ຄະນະກຳມະການສັນຕິພາບຫວຽດນາມ, ອົງການຈັດຕັ້ງສະ​ມາ​ຊິກຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຍາມໃດກໍ່ສົ່ງຄະນະຜູ້ແທນເຂົ້າຮ່ວມ ແລະກ່າວ ຄຳປາໄສຢູ່ໃນບັນດາວາລະກອງປະຊຸມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.