ກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຫົວພັນ | |
ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ |
ແທງຮວ້າ - ຫົວພັນ: ມີຫຼາຍກິດຈະກຳທີ່ແທດຈິງໃນການສ້າງຊາຍແດນມິດຕະພາບ
ແທງຮວ້າ ແລະ ຫົວພັນ ແມ່ນສອງທ້ອງຖິ່ນທີ່ມີການພົວພັນທີ່ອັນສະໜິດແໜ້ນ, ແທງຮວ້າ (ຫວຽດນາມ) ແລະ ຫົວພັນ (ລາວ) ຕັ້ງໜ້າພົບປະແລກປ່ຽນ ແລະ ຮ່ວມມື, ນຳມາເຊິ່ງໝາກຜົນທີ່ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ລາວ ໃນທຸກຂົງເຂດ. ແທງຮວ້າ ມີຊາຍແດນຕິດກັບແຂວງຫົວພັນ 213 ກິໂລແມັດ. ວັນທີ 2 ພຶດສະພາ 1967, ແທງຮວ້າ ແລະ ຫົວພັນໄດ້ລົງນາມໃນສັນຍາການຄ້າ, ເປັນການວາງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນມິດຕະພາບລະຫວ່າງສອງແຂວງ.
![]() |
ຫໍພັກນັກສຶກສາລາວ ມະຫາວິທະຍາໄລ ຮົ່ງດຶກ (ແຂວງແທງຮວ້າ). (ພາບ: VnEconomy) |
ຕາມທ່ານນາງ ຟ້າມທິແທ່ງທຸຍ, ຫົວໜ້າຄະນະຂົນຂວາຍ, ປະທານຄະນະກຳມະການແນວໂຮມປະເທດຊາດແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ້າ ແລ້ວ, ໃນຊຸມປີຜ່ານມານີ້ ສະມາຄົມໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງປະຊາຊົນສອງແຂວງ, ພົ້ນເດັ່ນຄື: ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ນັກຮຽນລາວ ຢູ່ບັນດາມະຫາວິທະຍາໄລ ແລະ ວິທະຍາໄລໃນໂອກາດບຸນເຕັດ, ບຸນປີໃໝ່ປະເພນີ ແລະ ວັນຊາດລາວ; ພົບປະ ແລະ ໂອ້ລົມກັບນັກສຶກສາລາວ. ບັນດາສາຂາສະມາຄົມ ຫວຽດນາມ - ລາວ ກໍ່ຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ການແຂ່ງຂັນກິລາ ແລະ ບັນດາການເຄື່ອນໄຫວບັນເທິງ; ຈັດການແຂ່ງຂັນຫໍ່ເຂົ້າຕົ້ມຫວຽດ ແລະ ຈັດພາໝາກໄມ້ 5 ຊະນິດ; ຈັດຕັ້ງລາຍການລະດູບານໃໝ່ທີ່ຮັກແພງ ແລະ ອົບອຸ່ນ, ການປະກວດນັກສຶກສາທີ່ມີຄວາມສາມາດ ສຳລັບນັກສຶກສາລາວ...
ພິເສດ, ໃນປີ 2022, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ້າ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນກັບສະມາຄົມມິດຕະພາບແຂວງຫົວພັນ ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງຄື: ພົບປະແລກປ່ຽນ, ແບ່ງປັນປະສົບການເຄື່ອນໄຫວຂອງ 2 ສະມາຄົມ; ຈູດທູບທຽນອາໄລຫາປະທານໄກສອນ ພົມວິຫານ, ປະທານ ໂຮ່ຈີມິນ ແລະ ອະນຸສອນສະຖານທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງ ຫົວພັນ; ຫໍບູຊາແມ່ວິລະຊົນ ແລະ ນັກຮົບວິລະຊົນຫວຽດນາມ, ສຸສານນັກຮົບວິລະຊົນ Ham Rong; ຢ້ຽມຊົມສະຖານທີ່ການປະຕິວັດເມືອງວຽງໄຊ; ບັນດາໂຄງການທີ່ປະຊາຊົນ ແທງຮວ້າ ຊ່ວຍເຫຼືອແຂວງຫົວພັນ.
ນອກນັ້ນ, ສະມາຄົມກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວແລກປ່ຽນ, ຮ່ຳຮຽນເອົາປະສົບການ, ຈັດຕັ້ງກອງປະຊຸມສົນທະນາ, ເຊັນສັນຍາຮ່ວມມືທີ່ແຂວງ ແທງຮວ້າ ຈັດຂຶ້ນ.
ແຂວງແທງຮວ້າ ກໍ່ໄດ້ຊ່ວຍເຫຼືອ ຫົວພັນ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນແຕ່ລະຂົງເຂດ: ເສດຖະກິດ, ການເງິນ, ການສຶກສາ, ກະສິກຳ, ສາທາລະນະສຸກ, ພາສາ ແລະ ວັດທະນະທຳ ຫວຽດນາມ, ທິດສະດີການເມືອງ - ການປົກຄອງ. ໄລຍະ 2016-2020, ແທງຮວ້າ ໄດ້ຮັບນັກສຶກສາລາວ ຈາກແຂວງຫົວພັນ 723 ຄົນ, ໃນນັ້ນມີນັກສຶກສາລາວ 339 ຄົນ ໄດ້ຮັບການໜູນຊ່ວຍທຶນການສຶກສາ.
|
ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ແທງຮວ້າ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ລຸ້ນໜຸ່ມ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມບັນດາການເຄື່ອນໄຫວແລກປ່ຽນ, ຮ່ຳຮຽນ. ຈັດຕັ້ງການຢ້ຽມຢາມ, ແລກປ່ຽນບົດຮຽນ, ເຄື່ອນໄຫວແລກປ່ຽນວັດທະນະທຳ, ກິລາ ແລະ ກາຍຍະກຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ.
ສະມາຄົມມິດຕະພາບ ຫວຽດນາມ - ລາວ ບັນດາເມືອງຢູ່ເຂດຊາຍແດນ ແລະ ບັນດາທ້ອງຖິ່ນຂອງສອງປະເທດສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນປະສົບການ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂົງເຂດ. ຜັນຂະຫຍາຍວຽກງານແຮກສ່ຽວຂອງກຸ່ມບ້ານລຽບຕາມສອງຟາກຊາຍແດນ ເພື່ອສ້າງຊ່ອງທາງແລກປ່ຽນປະຊາຊົນຢ່າງຮອບດ້ານ, ຍືນຍົງ ແລະ ມີປະສິດທິຜົນ, ພ້ອມທັງຊ່ວຍໃຫ້ປະຊາຊົນມີຄວາມຮັບຮູ້, ປະຕິບັດລະບຽບການຊາຍແດນເປັນຢ່າງດີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າຄວາມຫຍຸ້ງຍາກເພື່ອເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ.
ສອງຝ່າຍກໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນຢ່າງເປັນປະຈຳ, ປະສານສົມທົບໃນແກ້ໄຂບັນດາເຫດການທີ່ເກີດຂຶ້ນຢ່າງທັນການ ກ່ຽວກັບຄວາມສະຫງົບປອດໄພດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພຂອງແຕ່ລະທ້ອງຖິ່ນ. ຕັ້ງໜ້າໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍສອງເອກະສານນິຕິກຳສຳຄັນຄື: ສັນຍາກ່ຽວກັບລະບຽບການຄຸ້ມຄອງດ່ານຊາຍແດນ ຫວຽດນາມ - ລາວ ແລະ ດຳລັດກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ຫວຽດນາມ - ລາວ.
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ແທງຮວ້າ ກໍ່ຈະຂົນຂວາຍບັນດາວິສາຫະກິດ, ປັນຍາຊົນ, ໄວໜຸ່ມ, ພິເສດແມ່ນປະຊາຊົນແຂວງ ແທງຮວ້າ ເຂົ້າຮ່ວມບັນດາການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີຄວາມຫຼາກຫຼາຍ ແລະ ເໝາະສົມ. ເປັນຕົ້ນແມ່ນ: ສ້າງເອກະສານ, ສ້າງ Fan page ເພື່ອແນະນຳທ່າແຮງ, ຄວາມສາມາດບົ່ມຊ້ອນ ແລະ ຄວາມຮຽກຮ້ອງຕ້ອງການຂອງການຮ່ວມມືດ້ານການລົງທຶນໃນຂົງເຂດເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ ແລະ ຊັບພະຍາກອນຂອງແຂວງ, ເພື່ອເຜີຍແຜ່, ແນະນຳ ແລະ ສົ່ງເສີມໃຫ້ບັນດາຄູ່ຮ່ວມມື ແລະ ປະຊາຊົນລາວ.
ອານຸໄຊ ສະຫວັດ