ເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ

17:06 | 10/10/2023

ເປີດວາລະສານເອເລັກໂຕນິກອະລຸນໃໝ່

ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que
ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕຂອງຕົນ ສຳລັບໝູ່ເກາະຮ່ວາງຊາ (Paracel -  Hoang Sa) ແລະ ເຈື່ອງຊາ (Spratly – Truong Sa) ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕຂອງຕົນ ສຳລັບໝູ່ເກາະຮ່ວາງຊາ (Paracel - Hoang Sa) ແລະ ເຈື່ອງຊາ (Spratly – Truong Sa)

ຕອນບ່າຍວັນທີ 9 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນພິທີເປີດ ວາລະສານອະລຸນໃໝ່ ເອເລັກໂຕຣນິກ, ອົງການທິດສະດີການເມືອງຂອງພັກປະຊາຊົນ ປະຕິວັດລາວ.

ນີ້ແມ່ນໂຄງການ ໂດຍຄະນະບັນນາທິການວາລະສານກອມມູນິດ ແລະ ກຸ່ມບໍລິສັດ ອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel ອຸປະຖໍາ, ເຊິ່ງໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຮັກແພງຊ່ວຍເຫຼືອກັນລະຫວ່າງສອງອົງການທິດສະດີການເມືອງຂອງສອງພັກ ເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

ເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ

ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມກັບບັນດາແຂກທີ່ເຂົ້ສຮ່ວມກົດປຸ່ມເປີດ ວາລະສານອະລຸນໃໝ່ ເອເລັກໂຕຣນິກ. ພາບ: TTXVN

ກ່າວຄຳເຫັນທີ່ເຫດການ, ທ່ານ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າບັນນາທິການ ວາລະສານອະລຸນໃໝ່ ໃຫ້ຮູ້ວ່າ ການເປີດວາລະສານອະລຸນໃໝ່ ເອເລັກໂຕຣນິກ ບໍ່ພຽງແຕ່ຊ່ວຍຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງຜູ້ອ່ານໃຫ້ດີຂຶ້ນເທົ່ານັ້ນ, ຫາກຍັງຊ່ວຍຍົກສູງປະສິດທິຜົນໃນວຽກງານໂຄສະນາ, ປະຕິບັດໜ້າທີ່ການເມືອງທີ່ພັກປະຊາຊົນປະຕິວັດລາວ ໄດ້ມອບໝາຍໃຫ້ເປັນຢ່າງດີ.

ວາລະສານອະລຸນໃໝ່ ເອເລັກໂຕຣນິກ ເປີດເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ ບໍ່ພຽງແຕ່ເປັນທ່າອ່ຽງທີ່ເໝາະສົມກັບສື່ມວນຊົນທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ວາລະສານມີພາຫະນະຖ່າຍທອດຂໍ້ມູນຂ່າວສານກ່ຽວກັບແນວທາງ, ນະໂຍບາຍຂອງ ພັກ, ລັດ ແລະ ປະຊາຊົນລາວ ຕື່ມອີກ. ສິ່ງດັ່ງກ່າວທັງຊ່ວຍໃຫ້ວາລະສານຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນຍຸກສະໄໝໄວກວ່າ, ກວ້າງກວ່າ ແລະ ຮອບດ້ານກວ່າຕາມທິດຫັນປ່ຽນດີຈີຕອນເທົ່ານັ້ນ, ທັງຊ່ວຍເພີ່ມທະວີການໂຄສະນາກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ ອ້າຍນ້ອງ, ປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດເວົ້າລວມ, ພ້ອມທັງເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງວາລະສານຂອງສອງພັກທີ່ຍາວນານ ແລະ ແໜ້ນແຟ້ນ ເລິກເຊິ່ງຂຶ້ນຕື່ມ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.