ຫວຽດນາມ ຊ່ວຍວາລະສານອາລຸນໃໝ່ຂອງລາວ ສ້າງເປັນວາລະສານເອເລັກໂຕນິກ

00:00 | 11/08/2023

ຍສໝ - ທ່ານ ເລ​ຫາຍ ​ເນັ້ນ​ໜັກ​ວ່າ ວາລະສານ​ກອມ​ມູນິດ​ ຈະ​ແບ່ງປັນ​ປະສົບ​ການ​ທີ່​ໄດ້​ສະສົມ​ໃນ​ຂະ​ບວນການ​ສ້າງ​ວາລະສານເອເລັກໂຕນິກ​ໃຫ້ແກ່ວາລະສານ ອາລຸນໃໝ່ ​ແລະ ຈະ​ໜູນ​ຊ່ວຍດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ.

ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ ວາລະສານ Times ໄດ້ສ້າງເວທີປາໄສທີ່ມີປະໂຫຍດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສະເໜີແຜນການສ້າງສາບ້ານເກີດເມືອງນອນ
ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ ປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ

ໃນວັນ​ທີ 5 ກໍລະກົດ​ນີ້, ຢູ່​ທີ່​ຄະນະໂຄສະນາອົບຮົມ​ສູນ​ກາງພັກປະຊາຊົນ ປະຕິວັດລາວ ​ໄດ້​ຈັດ​ພິທີ​ມອບ-ຮັບ​ອຸປະກອນ​ການສ້າງ​ໂຄງການ​ວາລະສານເອເລັກໂຕນິກ ​ໂດຍການສະໜັບສະໜູນ ຂອງຄະນະບັນນາທິການວາລະສານ​ກອມ​ມູນິດ ​ແລະ ກຸ່ມບໍລິສັດອຸດສາຫະກຳ ແລະ ໂທລະຄົມມະນາຄົມກອງທັບ Viettel.

ນີ້​ແມ່ນ​ໂຄງການ​ໜູນ​ຊ່ວຍ ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ອົງການ​ທິດ​ສະ​ດີ​ການ​ເມືອງ​ຂອງ​ສອງ​ພັກ​ ເວົ້າ​ສະເພາະ ​ແລະ 2 ປະ​ເທດ​ ເວົ້າ​ລວມ.

ຫວຽດນາມ ຊ່ວຍວາລະສານອາລຸນໃໝ່ຂອງລາວ ສ້າງເປັນວາລະສານເອເລັກໂຕນິກ

ທີ່ພິທີມອບ-ຮັບ, ທ່ານ ເລຫາຍ - ຫົວໜ້າຄະນະວາລະສານກອມມູນິດເອເລັກໂຕນິກ ໄດ້ເນັ້ນໜັກວ່າ: ວາລະສານກອມມູນິດ ຈະແບ່ງປັນປະສົບການທີ່ສະສົມໃນຂະບວນການຜະລິດວາລະສານເອເລັກໂຕນິກ ໃຫ້ແກ່ວາລະສານເອເລັກໂຕນິກ ອາລຸນໃໝ່ ແລະ ຈະສະໜັບສະໜູນໃຫ້ວາລະສານ ດຳເນີນໄປຢ່າງມີປະສິດທິຜົນ; ຄາດ​ວ່າ​ຈະ​ເປັນ​ຂີດ​ໝາຍ​ສຳຄັນ, ສ້າງ​ພື້ນຖານ​ໃຫ້​ວາລະສານອາລຸນໃໝ່ ພັດທະນາ​ຢ່າງ​ເຂັ້ມແຂງ ​ແລະ ​​​ປະຕິບັດ​ໜ້າ​ທີ່​ທີ່​ພັກ ​ແລະ ລັດ​ລາວ ​ມອບ​ໝາຍ​ໃຫ້​ເປັນຢ່າງດີ​.

ທ່ານ ລາວປ່າວຊົງ - ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ຢືນຢັນວ່າ ການຊ່ວຍເຫຼືອຂອງວາລະສານກອມມູນິດ ໃຫ້ແກ່ວາລະສານອາລຸນໃໝ່ຂອງລາວ ໃນການສ້າງ ແລະ ເຜີຍແຜ່ວາລະສານອາລຸນໃໝ່ເອເລັກໂຕນິກ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ວາລະສານ​ມີ​ຄວາມ​ສາມາດ​ໃນ​ການສົ່ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຂອງ​ລາວ​ໃຫ້​ແກ່​ປະຊາຊົນ​ລາວ​ໄດ້​ຫຼາຍ​ຂຶ້ນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຄື່ອນ​ໄຫວ​ການ​ເມືອງ​ໃນ​ຍຸກສະໄໝ​ໃໝ່​ໄດ້ຢ່າງວ່ອງ​ໄວ, ກ້ວາງ​ຂວາງ ​ແລະ ຮອບດ້ານກວ່າຕາມທິດການ​ຫັນ​ເປັນ​ດິຈິ​ຕອນເທົ່ານັ້ນ, ຫາກຍັງ​ຊຸກຍູ້​ການ​ໂຄສະນາ​ເຜີຍ​ແຜ່ ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ​ລາວ ​ອ້າຍ​ນ້ອງ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ ​ເວົ້າລວມ, ພ້ອມ​ກັນ​ນັ້ນ ກໍ່​ເຮັດໃຫ້ການ​ພົວພັນ​ຮ່ວມ​ມື​ອັນຍາວນານລະຫວ່າງ​ສອງ​ປະ​ເທດ ມີຄວາມເລິກເຊິ່ງກວ່າ ​ແລະ ​ແໜ້ນແຟ້ນກວ່າ ລະຫວ່າງສອງວາລະສານຂອງທັງສອງພັກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.