Wanderlust: ຫວຽດນາມ ແມ່ນຈຸດຫມາຍປາຍທາງໃນອຸດົມຄະຕິ ໃນເດືອນມີນາ

16:38 | 26/02/2022

ຍສໝ - Wanderlust - ວາລະສານກ່ຽວກັບທ່ອງທ່ຽວຄົ້ນຫາວັດທະນະທໍາ ແຖວໜ້າໂລກຂອງອັງກິດ ຫາກໍ່ໄດ້ປະກາດບັນຊີລາຍຊື່ 20 ສະຖານທີ່ທ່ອງ ທ່ຽວທີ່ໜ້າໄປທ່ຽວທີ່ສຸດໃນເດືອນມີນາ, ໃນນັ້ນມີຫວຽດນາມ.

ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ນຳໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດແກ່ໂຄງການກັ່ນຕອງນ້ຳມັນ ທີ່ມີມູນຄ່າກວ່າ 5 ຕື້ USD

ຕາມ​ Wanderlust ແລ້ວ, ລະດູ​ໃບ​ບານໃໝ່​ຂອງ​ເດືອນ​ມີນາ​ແມ່ນ​ຈຸດ​ເວລາ​ທີ່​ເໝາະ​ສົມ​ທີ່​ສຸດ​ໃນ​ການ​ທ່ອງ​ທ່ຽວ​ເພື່ອຄົ້ນຫາພູຜາປ່າດົງເຂດ​​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ. ອຸນ​ຫະ​ພູມ​ຄົງ​ທີ່​​, ຝົນ​ພຽງ​ເລັກ​ນ້ອຍ​ຈະ​ເປັນ​ເງື່ອນ​ໄຂ​ສະ​ດວກ​ສໍາ​ລັບ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມໝູ່​ບ້ານ​ອ້ອມ​ຂ້າງ ຊາປາ ຫຼື ມາຍເຈົາ.

Wanderlust: ຫວຽດນາມ ແມ່ນຈຸດຫມາຍປາຍທາງໃນອຸດົມຄະຕິ ໃນເດືອນມີນາ
ພາບປະກອບ: Internet

ຊາປາ ຍາມໃດກໍ່ດຶງດູດນັກທ່ອງທ່ຽວທີ່ມັກການຄົ້ນຫາ. ເສັ້ນທາງ​ທີ່​ມີ​ຊື່​ສຽງ​ທີ່​ນຳ​ໄປ​ສູ່​ໝູ່​ບ້ານ ຢ່າງຕ໊າ ຫຼື ໂລຈ໊າຍ ຈະ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ນາຂັ້ນໄດ​ທີ່​ຍາວ​ຢຽດ​ກວ້າງສຸດສາຍຕາ.

ໂດຍຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງຮ່າໂນ້ຍ, ຮ່ອມພູ ມາຍເຈົາ ໄດ້ຮັບການຕີລາຄາຈາກ Wanderlust ວ່າ ເປັນອີກທາງເລືອກໜຶ່ງທີ່ດີສຳລັບການໄປທ່ຽວທໍາມາຊາດທີ່ຢູ່ໄກ.

ນອກຈາກ ຫວຽດນາມ ແລ້ວ, ເດືອນມີນາ ຍັງເປັນຊ່ວງເວລາທີ່ເໝາະສົມ ໃນການເດີນທາງໄປທົ່ວທຸກພາກຂອງເມັກຊິໂກ, ຍີ່ປຸ່ນ, ນາມິເບຍ, ຈໍແດນ, ໂຄລົມເບຍ, ອີຢິບ ຫຼື ນິວຊີແລນ...

ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ການ​ສຳ​ຫຼວດໄວ​ໜຸ່ມ​ທີ່​ມັກ​ການ​ເດີນທາງ​ສົມກັບການເຮັດ​ວຽກ​ ​ໂດຍ​ວາລະສານ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ The Travel (ການາດາ) ຄັດເລືຶອກ, ຫວຽດນາມ ​ໄດ້​ຈັດ​ອັນ​ດັບ​ທີ 8 ​ໃນ​ຈຳ​ນວນ 10 ຈຸດ​ທ່ອງ​ທ່ຽວ​ທີ່​ດີ​ທີ່​ສຸດ.

ບູນມີ

ເຫດການ