ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 5 ຈະດຳເນີນໃນວັນທີ 9 ຕຸລາ

10:03 | 08/10/2023

ຍສໝ - ວັນ​ທີ 9 ຕຸລາ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ​ໄລຍະ 2023-2028.

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX ລາວ ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ກອງ​ປະຊຸມ​ຈະ​ສະຫລຸບ​ວຽກ​ງານ​ໄລຍະ 2014-2023, ສະເໜີ​ອອກ​ທິດ​ທາງ​ການ​ເຮັດ​ວຽກ​ໄລຍະ 2023-2028 ​ແລະ ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ປະກອບສ່ວນ​ເພີ່ມທະວີມິດຕະພາບ​ອັນ​ດີງາມ​ຂອງ​ສະມາຄົມ; ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ກອງປະຊຸມໃຫຍ່ກໍ່​ດຳ​ເນີນ​ການ​ປະຊຸມເຈລະຈາ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ການ​ນຳ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ອາ​ຍຸ​ການ 2023-2028.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ລາວ ຄັ້ງທີ 5 ຈະດຳເນີນໃນວັນທີ 9 ຕຸລາ
ງານ​ບຸນ​ມິດຕະພາບ​ລາວ - ຫວຽດນາມ​ຄັ້ງ​ທີ 5 ​ໃນ​ເດືອນ​ກັນຍາ 2022. (ພາບ: quangtri.gov.vn)

ທີ່​ກອງປະຊຸມໃຫຍ່​ຍັງ​ຈະ​ມີ​ພິທີ​ມອບຫລຽນກາ ​ແລະ ຫຼຽນ​ໄຊ​ຂອງ​ລັດ​ລາວ ​ໃຫ້​ແກ່​ບັນດາ​ການ​ນຳ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ; ມອບ​ຫຼຽນ​ກາ​ມິດຕະພາບ​ແຫ່ງ​ລັດ ຫວຽດນາມ ​ໃຫ້​ບັນດາ​ການ​ນຳ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ເພື່ອ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ກໍ່ສ້າງ, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ.

ຄາດ​ວ່າ​ຈະ​ມີ​ຜູ້​ແທນ 250 ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່. ຝ່າຍຫວຽດນາມ ລວມມີຜູ້ຕາງໜ້າການນໍາພັກ, ລັດ, ການນໍາບັນດາກົມ, ກະຊວງທີ່ກ່ຽວຂ້ອງ; ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ລາວບັນດາແຂວງ, ນະຄອນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງຂຶ້ນກັບໂດຍກົງສະມາຄົມ; ບັນດາອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ...

ຝ່າຍ​ລາວ, ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ​ໂດຍ​ ສະມາຊິກສະພາມະຫາບັນດິດ, ສາດສະດາຈານ, ປາຮິນຍາເອກ ບໍ່​ວຽງ​ຄຳ ວົງ​ດາລາ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ກະຊວງ​ເຕັກ​ໂນ​ໂລ​ຊີ ​ແລະ ສື່ສານ, ປະທານ​ສະມາຄົມມິດຕະພາບ​​ລາວ-ຫວຽດນາມ ນຳໜ້າຈະເຂົ້າຮ່ວມກອງປະຊຸມໃຫຍ່. ນອກນັ້ນ, ມີທ່ານເອກອັກຄະລັດຖະທູດ, ພັນລະຍາ ແລະ ພະນັກງານຂອງສະຖານທູດລາວ ປະຈໍາ ຫວຽດນາມ; ຜູ້ຕາງໜ້ານັກສຶກສາລາວຢູ່ຫວຽດນາມ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.