​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ 2023: ສັນຍາ​ລັກ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ລະຫວ່າງ ​ເອີ​ລົບ ​ແລະ ຫວຽດນາມ.

02:37 | 02/10/2023

ຍສໝ - EuroCham ຫວຽດນາມ ຈະ​ສົມທົບ​ກັບ​ຄະນະ​ຈັດ​ຕັ້ງ​ເວທີ​ປາ​ໄສ​ເສດຖະກິດ​ຂຽວ (GEF) 2023 ​ໃນ​ວັນ​ທີ 2 ພະຈິກ 2023 ຢູ່​ຮ່າ​ໂນ້ຍ.

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຝ​ລັ່ງ: 10 ປີ​ແຫ່ງ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ກວ້າງ​ຂວາງ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ຝ​ລັ່ງ: 10 ປີ​ແຫ່ງ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ກວ້າງ​ຂວາງ
ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ໄລຍະ 2021 - 2030.

ເຫດການລວມມີບັນດາການໂອ້ລົມສົນທະນາກ່ຽວກັບການພັດທະນາແບບຍືນຍົງ, ວາລະປະຊຸມຄົບຄະນະຂັ້ນສູງ ແລະ ວາລະປະຊຸມຫົວເລື່ອງສະເພາະ ໂດຍມີການເຂົ້າຮ່ວມຂອງບັນດາການນຳແຖວໜ້າຂະແໜງການ, ນັກວາງແຜນກຳນົດນະໂຍບາຍ ແລະ ຜູ້ສະໜັບສະໜູນນະໂຍບາຍຍືນຍົງຂອງ ເອີລົບ ແລະ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Julien Guerrier ຫົວໜ້າຄະນະສະຫະພາບ ເອີລົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ ເວທີປາໄສເສດຖະກິດສີຂຽວ ແມ່ນສັນຍາລັກໃຫ້ແກ່ຄວາມມານະພະຍາຍາມໃນການຮ່ວມມືຢ່າງບໍ່ຢຸດຢັ້ງ ລະຫວ່າງ ເອີລົບ ແລະ ຫວຽດນາມ. ພ້ອມທັງເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຄືແນນນັ້ນ ຈະເປີດຊ່ອງທາງເຮັດໃຫ້ ວິວັດທະນາການຫັນປ່ຽນສີຂຽວ ປະສົບຜົນສຳເລັດ, ສະແດງໃຫ້ເຫັນກຳລັງແຮງໃນການຮ່ວມມືຂອງເອີລົບ ແລະ ຫວຽດນາມ.

​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ 2023: ສັນຍາ​ລັກ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ລະຫວ່າງ ​ເອີ​ລົບ ​ແລະ ຫວຽດນາມ.
ການຖະແຫຼງຂ່າວປະກາດເວທີປາໄສເສດຖະກິດສີຂຽວ 2023 (ພາບ: baoxaydung.com.vn)

ເວທີປາໄສຄັ້ງນີ້ກໍ່ສ້າງໂອກາດເຊື່ອມຕໍ່ບັນດາວິສາຫະກິດ, ການນຳໃນຂະແໜງ ແລະ ບັນດານັກຊ່ຽວຊານໃນຂົງເຂດປະດິດຄິດສ້າງສີຂຽວ. ເຫດການກໍ່ລວມມີກອງປະຊຸມສຳມະນາວິຊາສະເພາະ ດ້ວຍຫົວຂໍ້ສຳຄັນຕ່າງໆຄື: ພະລັງງານທົດແທນ, ການເງິນສີຂຽວ, ຫຼຸດຜ່ອນການປ່ອຍອາຍກາກບອນ ແລະ ກະສິກຳແບບຍືນຍົງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.