ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ

16:50 | 19/09/2023

ຍສໝ - ສະຖາບັນສັນຕິພາບອາເມລິກາ (USIP) ຫາກໍ່ຈັດຕັ້ງການເຈລະຈາປະຈຳປີຄັ້ງທີ 2 ດ້ວຍຫົວຂໍ້ “ຜ່ານຜ່າຜົນສະທ້ອນຂອງສົງຄາມ ແລະ ຄວາມສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ”. ​ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ USIP, ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ລັດຖະສະພາ​ອາ​ເມ​ລິ​ກາ, ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID), ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ, ນັກ​ຄົ້ນ​ຄ້ວາ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ຜູ້ຕາງໜ້າ​ການ​ທູດ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ.

ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ
ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ການ​ສົນທະນາ​ສຸມ​ໃສ່​ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ຜົນ​ສະທ້ອນ​ເຖິງ​ຂະ​ບວນການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ການ​ສົນທະນາ​ໄດ້​ສຸມ​ໃສ່​ຫົວ​ຂໍ້, ​ຄື: ກໍ່ສ້າງ​ຄວາມສັນຕິພາບ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ຄົ້ນ​ຫາ ​ແລະ ​ຟື້ນ​ຟູ​ຜົນ​ສະ​ທ້ອນ​ຈາກ​ສົງ​ຄາມ; ບັນຫາການໄກ່ເກ່ຍຜ່ານ​ຂົງເຂດ​ສິລະ​ປະ ​ແລະ ວັດທະນະທຳ; ປະກາດບົດລາຍງານ USIP ກ່ຽວກັບທາດພິດສີສົ້ມຢູ່ຫວຽດນາມ; ສົນທະນາ​ກ່ຽວ​ກັບ​ການ​ນຳ​ຊາວ​ໜຸ່ມ ອາ​ເມ​ລິ​ກາ - ຫວຽດນາມ; ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ສ້າງ​ສັນຕິພາບ​ຢູ່​ກຳປູ​ເຈຍ; ຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ລາວ; ປະສົບການ ແລະ ບົດຮຽນກ່ຽວກັບໂຄງການຊ່ວຍເຫຼືອຄົນພິການຫຼັງສົງຄາມ; ບັນດາໂຄງການຄົ້ນຄວ້າກ່ຽວກັບຫວຽດນາມ; ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ໃນ​ການ​ເອົາ​ຊະ​ນະ​ຜົນ​ສະ​ທ້ອນ​ສົງ​ຄາມ.

ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ
ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ສັນຕິພາບຢູ່ຫວຽດນາມ, ລາວ ແລະ ກຳປູເຈຍ

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານພັນເອກສາມດາວ ຫງວຽນ​ວັນ​ຮິງ, ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ (VAVA), ຖື​ວ່າ: ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນຖານ​ຂອງ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ. ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນການ​ປອງ​ດອງ​ກັນ, ຮັກສາ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ, ​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ອື່ນໆ. ບັນດາ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ພວມ​ຜັນ​ຂະຫຍາຍ, ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ໃນ​ການ​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ໃນໄລຍະຈະມາເຖິງ, ເພື່ອໃຫ້ ອາເມລິກາ ໜູນຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມ ມີປະສິດທິຜົນກວ່າ, ແທດເໝາະກັບການພົວພັນລະຫວ່າງ 2 ປະເທດໃນໄລຍະໃໝ່, 2 ຝ່າຍຕ້ອງສ້າງກົນໄກຮ່ວມມືຢ່າງເປັນລະບົບ. ໝັ້ນຄົງ, ຍາວນານ, ເປັນລະບົບ; ອາ​ເມ​ລິ​ກາ ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ບໍ່​ແຮ່ ​ແລະ ທາດ​ພິດ​ພິດ/ດີ​ໂອ​ຊິນ ຢູ່ ຫວຽດນາມ; ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ຄົນ​ພິການ​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ຝັງ​ດິນ ​ແລະ ທາດ​ພິດ​ສີ​ສົ້ມ; ອາ​ເມ​ລິ​ກາ​ສະໜັບສະໜູນ​ການ​ກໍ່ສ້າງ​ສູນ​ວິ​ເຄາະ​ທາດ​ພິດ​ດີ​ໂອ​ຊິນ, ສະຖານ​ທີ່​ກວດ​ແລະ​ປິ່ນປົວ​ພະຍາດ, ສະຖານ​ທີ່​ຟື້ນ​ຟູ, ສະໜອງ​ຢາ; ຍູ້​ແຮງ​ວຽກ​ງານ​ສື່ສານ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ສົງຄາມ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ຄົນ​ພິການ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.