ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

07:58 | 01/11/2022

ວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ Tim Rieser, ທີ່ປຶກສາຂັ້ນສູງດ້ານນະໂຍບາຍພົວພັນຕ່າງປະເທດຂອງສະມາຊິກສະພາສູງອາເມລິກາ Patrick Leahy ໄດ້ມາຢ້ຽມຢາມ ແລະເຮັດວຽກກັບສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ (VAVA).

ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ ຫວຽດນາມ ແລະ ຍີ່ປຸ່ນ ຍູ້ແຮງການຮ່ວມມືດ້ານຮູບເງົາ
ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອນຮັບ 2 ຄອບຄົວອະດີດພະນັກງານສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອນຮັບ 2 ຄອບຄົວອະດີດພະນັກງານສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານພົນໂທ ຫງວຽນວັນຣິງ, ປະທານ VAVA ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງການປະກອບສ່ວນຂອງທ່ານ Tim Rieser ໃນການຊຸກຍູ້ບັນດາໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງລັດຖະບານສອງປະເທດ, ປະກອບສ່ວນເຮັດໃຫ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນຈຸດເດັ່ນໃນການພົວພັນຫວຽດນາມ - ອາເມລິກາ; ສະແດງຄວາມປາດຖະໜາວ່າ ທ່ານ Tim Rieser ຈະສືບຕໍ່ຂົນຂວາຍ, ຊຸກຍູ້ລັດຖະບານ ແລະສະພາແຫ່ງຊາດອາເມລິກາ ເອົາໃຈໃສ່ ແລະສະຫງວນແຫຼ່ງກຳລັງ ແລະງົບປະມານໃຫ້ບັນດາໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ເພື່ອໃຫ້ການໜູນຊ່ວຍຂອງລັດຖະບານ ອາເມລິກາ ມີປະສິດທິຜົນກວ່າອີກ, ທ່ານປະທານ VAVA ໄດ້ສະເໜີບາງມາດຕະການ, ໃນນັ້ນຢັ້ງຢືນວ່າ ຝ່າຍ ອາເມລິກາ ຕ້ອງມີໂຄງການໜູນຊ່ວຍໄລຍະຍາວທີ່ມີລັກສະນະກວມລວມຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ. ການຊ່ວຍເຫຼືອຂອງອາເມລິກາ ຄວນເປີດກວ້າງຢູ່ຫຼາຍແຂວງ, ນະຄອນຂອງຫວຽດນາມ ແລະຄວນບຸລິມະສິດຮູບແບບຊ່ວຍເຫຼືອໂດຍກົງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນວັນຣິງ ໄດ້ມອບຫຼຽນກາລະນຶກ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໃຫ້ທ່ານ Tim Rieser ເພື່ອແນໃສ່ຮັບຮູ້ການປະກອບສ່ວນຂອງທ່ານຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.