ໄຂ​ສົກ​ຮຽນໃໝ່ 2023 – 2024 ດ້ວຍຈຸດໜັກປ່ຽນໃໝ່ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ.

07:08 | 05/09/2023

ຍສໝ - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອເຂົ້າຮ່ວມພິທີໄຂສົກຮຽນພ້ອມກັບນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ແຂວງ ຢາລາຍ

ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024 ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024
ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024 ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024
ໄຂ​ສົກ​ຮຽນໃໝ່ 2023 – 2024 ດ້ວຍຈຸດໜັກປ່ຽນໃໝ່ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໂອ້ລົມສົນທະນາກັບ ຄູສອນ ແລະ ນັກຮຽນ ໂຮງຮຽນກິນນອນຊົນເຜົ່າ ແຂວງ ຢາລາຍ (ພາບ: TTXVN)

ຕອນເຊົ້າວັນທີ, ໂຮງຮຽນຕ່າງໆໃນທົ່ວປະເທດຫວຽດນາມ, ໄດ້ພ້ອມກັນດຳເນີນພິທີໄຂສົກຮຽນໃໝ່ 2023 – 2024. ມີນັກຮຽນ ຫວຽດນາມ ກ່ວາ 22 ລ້ານຄົນ ເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້. ເຂົ້າຮ່ວມພິທີໄຂສົກຮຽນພ້ອມກັບນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ແຂວງ ຢາລາຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງ ຄູສອນ ແລະ ນັກຮຽນລຸ້ນຕ່າງໆ ຂອງໂຮງຮຽນໄດ້ມີຄວາມສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສ້າງໂຮງຮຽນໃຫ້ກາຍເປັນສະພາບແວດລ້ອມແຫ່ງການສຶກສາທີ່ມີອິດທິພົນຊື່ສຽງ ແລະ ມີຄວາມໄວ້ເນື້ອເຊື່ອໃຈ. ທ່ານປະທານປະເທດ ເນັ້ນໜັກວ່າ:

ການປະຕິບັດໜ້າທີ່ສຶກສາບຳລຸງສ້າງໃຫ້ແກ່ລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແມ່ນສ້າງພື້ນຖານອັນໝັ້ນແກ່ນ, ສ້າງເສັ້ນທາງດີທີ່ສຸດເພື່ອປະກອບສ່ວນເຂົ້າໃນການເບິ່ງແຍງດູແລພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ແມ່ນເສັ້ນທາງເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ພ້ອມທັງ, ສ້າງຖັນແຖວພະນັກງານຊົນເຜົ່າສ່ວນໜ້ອຍ ໃຫ້ແກ່ລະບົບການເມືອງ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມເຂດພູສູງ, ເຂດຫ່າງໄກສອກຫຼີກ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢູ່ໂຮງຮຽນມິດຕະພາບ T78 (ເມືອງຟຸກເຖາະ, ຮ່າໂນ້ຍ), ເຊິ່ງແມ່ນໂຮງຮຽນສອນກຽມພາສາ ຫວຽດ ໃຫ້ແກ່ນັກສຶກສາລາວ ແລະ ຫຼັກສູດການສຶກສາລະດັບມັດທະຍົມຕອນປາຍໃຫ້ແກ່ນັກສຶກສາຊົນເຜົ່າສ່ວນໜ້ອຍ ຫວຽດນາມ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ໂຮງຮຽນ T78 ແມ່ນຂົວເຊື່ອມຕໍ່, ຮັດແໜ້ນ, ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ປະກອບສ່ວນປະຕິບັດນະໂຍບາຍຊົນເຜົ່າຂອງພັກ ແລະ ລັດ ໃຫ້ປະສົບຜົນສຳເລັດ:

“ຢູ່ໂຮງຮຽນ T78, ນັກຮຽນ ຫວຽດນາມ ແລະ ນັກຮຽນ ມາຈາກປະເທດລາວ, ເຖິງວ່າທີ່ມາຈາກເຂດ, ພາກທີ່ແຕກຕ່າງກັນ, ມີບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳຫຼາຍຮູບຫຼາຍສີກໍ່ຕາມ, ແຕ່ພວກນ້ອງຈົ່ງຖືນີ້ແມ່ນຊາຍຄາລວມ, ທຸກຄົນຄືດັ່ງອ້າຍນ້ອງໃນຄອບຄົວດຽວ, ເຄົາລົບ, ຮັກແພງ, ອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອເພື່ອພ້ອມກັນກ້າວໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພວກນ້ອງນັກຮຽນສູ້ຊົນ “ດຸໝັ່ນຮຽນ, ຮຽນເກັ່ງ”, ຝຶກຝົນຫຼໍ່ຫຼອມ, ກາຍເປັນຜູ້ມີປະໂຫຍດ, ປະກອບສ່ວຍໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ, ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ”.

ດີງເລື້ອງ

ເຫດການ
302 Found

Found

The document has moved here.