ຫວຽດນາມ ຕ້ອນຮັບກຸ່ມອາສາສະໝັກຂອງລາຍການສັນຕິພາບໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ

07:11 | 22/10/2024

ຍສໝ - ຫວຽດນາມ ຫາກໍ່ຕ້ອນຮັບນັກອາສາສະໝັກຂອງລາຍການ​ສັນຕິພາບ (Peace Corps) ຈຳນວນ 20 ຄົນ ມາສະໜັບສະໜູນການສອນພາສາອັງກິດ ຢູ່ໂຮງຮຽນມັດທະຍົມຕອນປາຍ. ນີ້​ແມ່ນ​ກຸ່ມ​ອາສາ​ສະໝັກ​ໃຫຍ່​ທີ່​ສຸດ​ຂອງ​ລາຍການ ​ນັບ​ແຕ່​ອົງການ Peace Corps ​ເລີ່​ມດຳ​ເນີນ​ງານ​ຢູ່ ຫວຽດນາມ.

ນະຄອນໂຮ່ຈີມິນ: ສ້າງຂີດໝາຍແຫ່ງອາສາສະໝັກຢູ່ດິນແດນປະເທດລ້ານຊ້າງ
ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ກຸ່ມ​ອາສາ​ສະໝັກ​ທີ່​ມາ​ໃໝ່​ກຸ່ມ​ນີ້​ ໄດ້ຍົກຈຳນວນສະມາຊິກ​ລາຍການ​ສັນຕິພາບ ທີ່​ພວມຮັບ​ໃຊ້​ຢູ່​ຫວຽດນາມ ເປັນທັງໝົດ 36 ຄົນ.

ນັບ​ແຕ່​ເດືອນ​ທັນວາ ​ປີ 2024 ​ເປັນ​ຕົ້ນ​ໄປ, ບັນດານັກອາສາ​ສະໝັກ​ ຈະ​ໄດ້​ຮັບ​ການຈັດ​ແບ່ງໄປຍັງບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຢູ່ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ. ພວກເຂົາເຈົ້າຈະຮ່ວມມືກັບຄູອາຈານທ້ອງຖິ່ນ ເພື່ອຍົກສູງທັກສະພາສາອັງກິດໃຫ້ນັກຮຽນ, ປະກອບສ່ວນເຂົ້າໃນການເປີດກວ້າງໂອກາດດ້ານການສຶກສາ ແລະ ວຽກເຮັດງານທຳ. ນັກອາສາສະໝັກບາງຄົນ ຈະເຮັດວຽກຢູ່ໃນບັນດາໂຮງຮຽນທີ່ອາສາສະໝັກກ່ອນໜ້ານີ້ຈົບອາຍຸການ.

ທ່ານ Mikel Herrington, ຫົວໜ້າຂອງລາຍການ​ສັນຕິພາບ ​ຫວຽດນາມ ​ໃຫ້​ຮູ້​ວ່າ: “ນີ້​ແມ່ນ​ກຸ່ມ​ອາສາ​ສະໝັກ​ລາຍການ​ສັນຕິພາບ​ໃຫຍ່​ທີ່ສຸດທີ່ມາ ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຄວາມເຊື່ອໝັ້ນ​ລະຫວ່າງ​ສອງ​ປະ​ເທດ”. ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ວ່າ: ​ເຫດການ​ນີ້​ແມ່ນ​ຂີດ​ໝາຍ​ຫຼັກໝາຍທີ່ສຳຄັນ ເມື່ອ​​ສອງ​ປະ​ເທດ​ກະກຽມ​ເພື່ອ​ສະ​ເຫຼີ​ມສະຫຼອງ 5 ປີ​ແຫ່ງ​ການ​ຮ່ວມ​ມື​ ຕາມສັນຍາປະຕິບັດ ລະຫວ່າງສອງລັດຖະບານໃນປີ 2025.

ຫວຽດນາມ ຕ້ອນຮັບກຸ່ມອາສາສະໝັກຂອງລາຍການສັນຕິພາບໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ

ນັກອາສາສະໝັກໃໝ່ຂອງລາຍການສັນຕິພາບ ຈຳນວນ 20 ຄົນມາຫວຽດນາມ. (ຮູບພາບ: ສະຖານທູດອາເມລິກາ ປະຈຳ ຫວຽດນາມ)

ທັນ​ທີທີ່ມາ​ຮອດ​ຫວຽດ​ນາມ, ບັນດານັກ​ອາ​ສາ​ສະ​ໝັກ​ໄດ້​ເລີ່ມ​ລາຍ​ການ​ບຳລຸງສ້າງ​ຮອບ​ດ້ານແກ່ຍາວ​ເປັນ​ເວ​ລາ 10 ອາ​ທິດ. ລາຍການດັ່ງກ່າວລວມມີບັນດາຊຸດຮຽນພາສາຫວຽດນາມ, ບັນດາຊຸດບຳລຸງສ້າງ ກ່ຽວກັບວິທີການສອນພາສາອັງກິດເປັນພາສາທີສອງ (TEFL) ແລະ ການຝຶກສິດສອນພ້ອມກັບຄູອາຈານທ້ອງຖິ່ນ. ຊຸດ​ບຳລຸງສ້າງ​ນີ້​ ຊ່ວຍໃຫ້ພວກເຂົາປະກອບບັນດາການທັກສະທີ່ຈຳ​ເປັນ ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ທ້ອງ​ຖິ່ນ ​ແລະ ​ເຮັດ​ວຽກ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ລະບົບ​ການ​ສຶກສາ ຫວຽດນາມ. ຫຼັງຈາກສໍາເລັດລາຍການ, ບັນດານັກອາສາສະຫມັກ ຈະປະຕິຍານຕົນຢ່າງເປັນທາງການ ແລະ ເລີ່ມຕົ້ນອາຍຸການໃນເດືອນທັນວາ 2024.

ໃນສະພາບທີ່ 2 ປະເທດກະກຽມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025, ການປະກົດຕົວຂອງກຸ່ມອາສາສະໝັກລາຍການສັນຕິພາບນີ້ ໄດ້ຢັ້ງຢືນຄຳໝັ້ນສັນຍາຮ່ວມ ເພື່ອເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ ແລະ ຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາ.

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ຍສໝ - ວັນທີ 28 ກໍລະກົດ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ສົມທົບກັບໂຮງຮຽນ​ການທະຫານ ທະຫານເຂດ 7 ຈັດຕັ້ງໂຄງການພົບປະແລກປ່ຽນນັກຮົບເກົ່ານະຄອນ ໂຮ່ຈີມິນ, ຄອບຄົວ ຊາວຫວຽດນາມ, ນັກສຶກສາ ລາວ, ກຳປູເຈຍ ກັບພະນັກງານ, ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7.

ເລື່ອງລາວກ່ຽວກັບການເປັນອາສາສະໝັກ 15 ວັນຢູ່ລາວ

ເລື່ອງລາວກ່ຽວກັບການເປັນອາສາສະໝັກ 15 ວັນຢູ່ລາວ

ຍສໝ - ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຢູ່​ລາວ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ພາລະກິດ​ເຊື່ອມ​ຕໍ່, ກໍ່ສ້າງ ​ແລະ ​ເພີ່ມ​ພູນຄູນສ້າງນໍ້າໃຈ​ມິດຕະພາບ ຫວຽດນາມ - ລາວ. ປີ 2024 ກໍ່​ແມ່ນ​ປີ​ຄົບຮອບ 20 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ຮ້ອນ​ຂອງ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ຢູ່ ສປປ ລາວ (2004-2024).

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.