ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024

17:10 | 16/05/2023

ຍສໝ - ທ່ານ ນາງ ສວນສະຫວັນ ວິຍະເກດ - ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ ກ່າວວ່າ: ເວທີປາໄສການທ່ອງທ່ຽວອາຊຽນ (ATF) 2024 ເປັນເຫດການສຳຄັນ ຈະຈັດຂຶ້ນໂດຍປະເທດລາວທີ່ນະຄອນຫຼວງວຽງຈັນ, ແຕ່ວັນທີ 22 ຫາ 27 ມັງກອນ 2024.

ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD
ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ

ຕາມທ່ານນາງ ສວນສະຫວັນ ວິຍະເກດ ແລ້ວ, ATF 2024 ​ແມ່ນ​ເຫດການ​ທີ່​ສຳຄັນ, ​ເຊິ່ງບັນດາປະ​ເທດ​ສະມາຊິກ​ອາ​ຊຽນ ຈະເປັນປະທານໝູນວຽນ.

ໃນປີ 2024 ນີ້, ສປປ ລາວ ຈະເປັນເຈົ້າພາບ ຈັດເຫດການນີ້ ທີ່ນະຄອນຫລວງວຽງຈັນ ແຕ່ວັນທີ 22-27 ມັງກອນ 2024.

ນີ້ຈະເປັນຄັ້ງທີ 3 ທີ່ລາວໄດ້ຮັບກຽດເປັນເຈົ້າພາບເຫດການດັ່ງກ່າວ (ລາວເປັນເຈົ້າພາບໃນປີ 2004 ແລະ 2013).

​ໂດຍເນັ້ນ​ໜັກ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວທີ່​ຈະ​ຈັດ​ຂຶ້ນ​ໃນ​ເຫດການ​ດັ່ງກ່າວ ໄດ້ຖື​ວ່າ​ແມ່ນ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ - ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ ​ໃຫ້​ຮູ້​ວ່າ: ປີ 2024, ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການທ່ອງ​ທ່ຽວ​ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ການທ່ອງທ່ຽວ​ອາ​ຊຽນ ແລະ ປັນດາກອງປະຊຸມປິ່ນອ້ອມ.

ລາວ ກະກຽມຈັດຕັ້ງເວທີປາໄສການທ່ອງທ່ຽວອາຊຽນ 2024
ທ່ານນາງ ສວນສະຫວັນ ວິຍະເກດ - ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ.ລາວ

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ລາວ ກ່າວ​ວ່າ: ຈາກ​ຜົນສຳ​ເລັດ​ຂອງ​ເຫດການ​ຄັ້ງ​ນີ້, ບົດບາດ​ຂອງ​ລາວ​ໃນ​ເວທີ​ສາກົນ ​ຈະ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຂອງ​ລາວ​ ຈະໄດ້ໂຄສະນາຢ່າງ​ກວ້າງຂວາງ​ເຖິງ​ນັກ​ທ່ອງ​ທ່ຽວ​ພາກ​ພື້ນ ​ແລະ ສາກົນ.

ຕາມ​ກົມ​ສະຖິຕິ​ການ​ທ່ອງ​ທ່ຽວ (ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ), ​ໃນ 3 ​ເດືອນ​ຕົ້ນ​ປີ 2023, ທົ່ວ​ປະ​ເທດລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 831.248 ຄົນ.

ການຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 830,000 ຄົນໃນ 3 ເດືອນຕົ້ນປີ ເປັນສັນຍານທີ່ດີໂດຍສະແດງໃຫ້ເຫັນວ່າ ສປປ ລາວ ຈະສາມາດບັນລຸເປົ້າໝາຍ ຕ້ອນຮັບນັກທ່ອງທ່ຽວສາກົນ 1,4 ລ້ານເທື່ອຄົນໃນປີ 2023.

ຫວ່າງມໍ່ໆມານີ້, ຂະແໜງທ່ອງທ່ຽວຂອງລາວ ໄດ້ຮັບການຍ້ອງຍໍຈາກສື່ມວນຊົນຕ່າງໆຂອງໂລກ, ໂດຍໄດ້ຈັດອັນດັບປະເທດລາວ ໃຫ້ເປັນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນປີ 2023.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.