ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024

00:00 | 06/08/2023

ບສໝ - ເພື່ອ​ກະກຽມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ລາວ 2024, ຫຼາຍ​ທ້ອງ​ຖິ່ນ​ຂອງ​ປະ​ເທດລາວ ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ການ​ບໍລິການ​ທ່ອງ​ທ່ຽວຂຶ້ນ.

ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ
ພິທີໄຂປີທ່ອງທ່ຽວແຫ່ງຊາດ-ກວາງນາມ 2022 ພິທີໄຂປີທ່ອງທ່ຽວແຫ່ງຊາດ-ກວາງນາມ 2022

ແຂວງໄຊສົມບູນ ພາກເໜືອຂອງລາວ ໄດ້ອອກໃບອະນຸຍາດໃຫ້ບໍລິສັດທ້ອງຖິ່ນ ຜັນຂະຫຍາຍການສ້າງພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ, ເຊັ່ນ: ໂຮງແຮມ, ຮ້ານອາຫານ, ສະປາ ແລະ ການບໍລິການທີ່ສະດວກອື່ນໆຈໍານວນຫຼາຍ. ເຈົ້າໜ້າທີ່ແຂວງດັ່ງກ່າວ ໃຫ້ຮູ້ວ່າ: ເປົ້າໝາຍຂອງໂຄງການແມ່ນຍົກລະດັບພື້ນຖານໂຄງລ່າງ, ຮັບປະກັນຄຸນນະພາບຂອງລະບົບການບໍລິການເພື່ອຮັບໃຊ້ນັກທ່ອງທ່ຽວທີ່ເຂົ້າມາແຂວງ; ພ້ອມ​ກັນ​ນັ້ນ ກໍ່​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ. ສິ່ງອໍານວຍຄວາມສະດວກໃຫມ່ຈະເປັນມິດກັບສິ່ງແວດລ້ອມ ແລະ ຈະບໍ່ສົ່ງຜົນກະທົບຕໍ່ຄວາມງາມຂອງທໍາມະຊາດ.

ລາວຈະຍົກລະດັບຜະລິດຕະພັນ ແລະ ການບໍລິການເພື່ອກະກຽມໃຫ້ປີທ່ອງທ່ຽວລາວ 2024

ໃນ​ຂະ​ນະ​ດຽວ​ກັນ, ​ແຂວງ​ຫຼວງ​ພະ​ບາງ ກໍ່​ແມ່ນສະຖານທີ່​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ດ້ວຍ​ບັນດາ​ມໍລະດົກ​ວັດທະນະທຳ, ປະຫວັດສາດ, ຖ້ຳຫີນທີ່ອຸດົມສົມບູນ, ກໍ່ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນການ​ຕ້ອນຮັບ​ປີ​ທ່ອງ​ທ່ຽວ​ລາວ 2024.

ທ່ານນາງ ສຸດາພອນ ຄົມທະວົງ - ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ແຂວງ ຖືວ່າການທ່ອງທ່ຽວເປັນເສົາຄ້ຳຂອງການພັດທະນາເສດຖະກິດ-ສັງຄົມຂອງເຂດ. ​ໃນ 5 ເດືອນ​ຕົ້ນ​ປີ 2023, ​ແຂວງ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 437.374 ເທື່ອຄົນ​ມາ​ຢ້ຽມຢາມ, ​ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ຕົ້ນຕໍ​ແມ່ນ​ມາ​ຈາກ​ໄທ, ຈີນ, ຫວຽດນາມ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ເອີ​ລົບ.

ປະຈຸບັນ, ແຂວງຫຼວງພະບາງ ພວມປັບປຸງຄຸນນະພາບ, ກໍ່ສ້າງ ແລະ ຂະຫຍາຍສະຖານທີ່ທ່ອງທ່ຽວຂະໜາດນ້ອຍ ແລະ ກາງ ໃຫ້ມີພື້ນຖານໂຄງລ່າງທີ່ທັນສະໄໝ ເພື່ອຮັບໃຊ້ນັກທ່ອງທ່ຽວ. ນອກຈາກນັ້ນ, ແຂວງຫຼວງພະບາງ ຍັງຈະຈັດຕັ້ງກິດຈະກໍາສົ່ງເສີມການທ່ອງທ່ຽວ, ຈັດງານບຸນຕ່າງໆ ແລະ ແນະນຳວັດທະນະທໍາ ແລະ ອາຫານການກິນຂອງແຂວງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.