ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ

15:07 | 05/05/2023

ຍສໝ - ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສປປ ລາວ ໄດ້ເດີນທາງ ຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍໃນລະຫວ່າງວັນທີ 4-5 ພຶດສະພາ 2023.

ການນຳຂັ້ນສູງຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ການນຳຂັ້ນສູງຫວຽດນາມ ຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ
ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນ ຫລວງພະນົມເປັນໃນວັນທີ 4 ພຶດສະພາ 2023 ເຊິ່ງໄດ້ມີພິທີຕ້ອນຮັບຢ່າງເປັນສົມກຽດ ໂດຍພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະມະຫາກະສັດ ແຫ່ງຣາຊະອານາຈັກ ກຳປູເຈຍທີ່ ພະ ລາດຊະວັງ.

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ພາຍຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະ ລະຫວ່າງສອງປະມຸກ ລັດ ລາວ-ກຳປູເຈຍ. ໃນໂອກາດພົບປະຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ດ້ວຍນ້ຳໃຈໄມຕີຈິດ ມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທຳອິດ, ພາຍຫລັງໄດ້ຮັບຕຳແຫນ່ງປະທານປະເທດ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະ ເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ; ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມເດັດ ພະມານດາ ຂອງພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ, ພ້ອມທັງມີຄວາມເຂົ້າອົກເຂົ້າໃຈກັນສູງ ຕໍ່ການພົວພັນສອງຝ່າຍບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ການພົບປະຄັ້ງນີ້ ໄດ້ເປັນພື້ນຖານອັນໜັກແໜ້ນຕໍ່ການເພີ່ມທະວີ ສາຍພົວພັນຮອບດ້ານ ລະ ຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ. ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມສີຫາມຸນີ ສະເດັດ ຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະໃໝ່ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອານຸສາວະລີເອກະລາດ ແລະ ອານຸສາວະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ.

ໃນວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມຄະນະ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກ ກຳປູເຈຍ ແລະ ສົມເດັດ ວິບູນ ເສນາແພະກະໄດຊາຍຊຸມ ປະທານສະພາສູງ ແຫ່ງ ຣາຊະອານາ ຈັກກຳປູເຈຍ. ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ ໃນການພັດທະນາເສດ ຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ມີຜົນສຳເລັດ ໃນໄລຍະຜ່ານມາ ໂດຍສະເພາະ ພາຍຫລັງການຍົກລະດັບສາຍພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ. ພ້ອມນັ້ນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການຢູ່ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮວ່ມກັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.