ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ

15:19 | 30/06/2022

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຈະສືບຕໍ່ສາມັກຄີ, ເອົາໃຈໃສ່ເຖິງຊາວ ຫວຽດນາມ ລຸ້ນຕ່າງໆເພື່ອຄົ້ນພົບ, ສະເໜີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດຕ່າງໆ.

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar
ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢູ່ສະໜາມບິນ
ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢູ່ສະໜາມບິນ

ຕອນບ່າຍວັນທີ 28 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງອອກຈາກ ຮຸງກາຣີ, ໄປຮອດສະໜາມບິນສາກົນ London Heathrow, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ອັງກິດ ຢ່າງເປັນທາງການຕາມຄຳເຊີ້ອເຊີນຂອງທ່ານ John Mcfall, ປະທານສະພາສູງ ແລະ ທ່ານ Linsay Hoyle, ປະທານສະພາຕ່ຳແຫ່ງລາຊະອານາຈັກ ອັງກິດ.

ພາຍຫຼັງທີ່ເຮືອບິນລົງຈອດສະໜາມບິນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢາມສະຖານທູດຫວຽດນາມ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ລາຊະອານາຈັກ ອັງກິດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ:

“ຄວນສ້າງຕັ້ງເຄືອຂ່າຍຂໍ້ລິເລີ່ມຊາວ ຫວຽດນາມ ອາໄສຢູ່ ອັງກິດ. ປະຈຸບັນ, ລັດຖະບານພວມມອບໃຫ້ກະຊວງແຜນການ ແລະ ການລົງທຶນສ້າງຂໍ້ລິເລີ່ມກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ. ສະພາແຫ່ງຊາດ ກໍ່ພວມສ້າງເຄືອຂ່າຍຂໍ້ລິເລີ່ມສະພາແຫ່ງຊາດ ຫວຽດນາມ ທົ່ວໂລກ, ເພື່ອແນໃສ່ເຊື່ອມຕໍ່ຮ່ວມສຳພັນ, ແລກປ່ຽນບົດຮຽນເພື່ອປະກອບຄຳເຫັນ, ເຊື່ອມຕໍ່, ພິເສດແມ່ນ startup, ບັນດາແນວຄວາມຄິດກ່ຽວກັບການລົງທຶນ, ດຳເນີນທຸລະກິດ.”

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຈະສືບຕໍ່ສາມັກຄີ, ເອົາໃຈໃສ່ເຖິງຊາວ ຫວຽດນາມ ລຸ້ນຕ່າງໆເພື່ອຄົ້ນພົບ, ສະເໜີບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດຕ່າງໆ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.