ທ່ານ Park Hang-seo: “ຂ້າພະເຈົ້າ ຈະເຮັດວຽກຢ່າງຕັ້ງໃຈ ເພື່ອຕອບແທນຄວາມຮັກແພງຂອງປະຊາຊົນຫວຽດນາມ”

16:56 | 10/05/2023

ຍສໝ - ນີ້​ແມ່ນ​ຄຳ​ກ່າວປາໄສຂອງ​ທ່ານ Park Hang-seo, ອະດີດຄູຝຶກ​ບານ​ເຕະ​ແຫ່ງ​ຊາດ ຫວຽດນາມ ​ເມື່ອ​ໄດ້​ຮັບ​ຫຼຽນ​ໄຊ “​ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ” - ລາງວັນ​ສູງ​ສຸດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ໃນຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ. ລາງວັນ​ດັ່ງກ່າວ​ ແມ່ນ​ການ​ເຊີດຊູການອຸທິດສ່ວນຂອງທ່ານ Park Hang-seo ​ໃຫ້​ແກ່​ກິລາ​ບານ​ເຕະ​ຫວຽດນາມ ​ແລະ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ສ.​ເກົາຫຼີ.

ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ
ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ

ຕາມ​ທ່ານ Park Hang-seo ​ແລ້ວ, ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

​ເມື່ອ​ຮັບ​ເອົາ​ບົດບາດ​ເປັນ​ຫົວໜ້າ​ຄູ​ຝຶກ​ກິລາ​ບານ​ເຕະ​ແຫ່ງ​ຊາດ ຫວຽດນາມ, ​ທ່ານ Park Hang-seo ​ຄິດ​ພຽງ​ແຕ່​ວ່າ ວຽກ​ງານ​ທັງ​ໝົດ​ແມ່ນ​ມາ​ຈາກ​ຄວາມ​ມັກຮັກ​​ໃນ​ກິລາ​ບານ​ເຕະ ​ແລະ ​ແມ່ນ​ໜ້າ​ທີ່​ທີ່​ຕ້ອງ​ປະຕິບັດ. ​ການທີ່ໄດ້​ຮັບ​ຫຼຽນ​ກາ “ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ”, ​ທ່ານ ​ຮູ້ສຶກ​ເປັນ​ກຽດ ​ແລະ ພາກ​ພູມ​ໃຈ​ທີ່​ສຸດ.

ທ່ານ Park Hang-seo: “ຂ້າພະເຈົ້າ ຈະເຮັດວຽກຢ່າງຕັ້ງໃຈ ເພື່ອຕອບແທນຄວາມຮັກແພງຂອງປະຊາຊົນຫວຽດນາມ”

ທ່ານ Park Hang-seo ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ VUFO

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ VUFO ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ສ.ເກົາຫຼີ ມີການພັດທະນາທີ່ເຂັ້ມແຂງໃນຊຸມປີທີ່ຜ່ານມາ. 2 ປະເທດ ຫາກໍ່ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານປະທານ​ປະ​ເທດຫວຽດນາມ ໃນເດືອນທັນວາ 2022, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ ​ໄດ້​ກາຍ​ເປັນ​ແບບຢ່າງ​ທີ່​ປະສົບ​ຜົນສຳ​ເລັດ​ບົນ​ພື້ນຖານ​ຄວາມ​ຈິງ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ຕັ້ງໜ້າ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ແລກປ່ຽນ​ປະຊາຊົນ. ໜຶ່ງໃນບັນດາປັດໄຈສຳຄັນທີ່ເຮັດໃຫ້ມີບັນດາຜົນສຳເລັດດັ່ງກ່າວ ແມ່ນການປະກອບສ່ວນອັນສຳຄັນຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນຂອງສອງປະເທດ, ໃນນັ້ນມີທ່ານ Park Hang-seo.

ດ້ວຍຄວາມສັນທັດ ແລະ ຄວາມສາມາດ, ປະສົບ​ການ ​ແລະ ຄວາມ​ກະຕືລືລົ້ນ, ທ່ານ Park Hang-seo ​ແລະ ທິມບານ​ເຕະ​ຫວຽດນາມ ​ໄດ້ເຮັດໃຫ້ຊື່ສຽງກິລາ​ບານ​ເຕະ​ຫວຽດນາມ ​ດັງກ້ອງ​ໃນ​ບັນດາ​ພາກ​ພື້ນ ​ແລະ ສາກົນ, ​ຄື: ຊະນະເລີດ AFF Cup 2018, ຍາດ​ໄດ້​ຫຼຽນ​ຄຳ 2 ຄັ້ງ​ຕິດຕໍ່​ກັນ ໃນ​ການ​ແຂ່ງຂັນ​ກິລາ​ບານ​ເຕະ​ຊາຍ​ ໃນ​ງານ​ມະຫາ​ກຳ​ກິລາ SEA Games (ຊີ​ເກມ 30 ປີ 2019 ແລະ ຊີ​ເກມ 31 ປີ 2021), ຮອງ​ແຊ້ມ U23 ​ອາ​ຊີ 2018, ອັນ​ດັບ 4 ASIAD 2018, ເຂົ້າຮອບ​ຮອງ​ຊະ​ນະ​ເລີດ ອາ​ຊຽນ 2019 ແລະ ຮອບ​ຄັດ​ເລືອກ​ທີ 3 ບານ​ໂລກ 2022.

ທ່ານ Park Hang-seo: “ຂ້າພະເຈົ້າ ຈະເຮັດວຽກຢ່າງຕັ້ງໃຈ ເພື່ອຕອບແທນຄວາມຮັກແພງຂອງປະຊາຊົນຫວຽດນາມ”

“ທ່ານ Park Hang-seo ມີຄວາມຕິດພັນກັນ, ກາຍເປັນເພື່ອນມິດທີ່ສະໜິດສະໜົມຂອງຊາວ ຫວຽດນາມ ບໍ່ພຽງແຕ່ຜ່ານກິລາບານເຕະເທົ່ານັ້ນ, ຊາວຫວຽດນາມ ຍາມໃດກໍ່ຈົດຈຳບັນດາຮູບພາບຂອງທ່ານ ເມື່ອທ່ານມີຄວາມເປັນຫ່ວງ, ເບິ່ງແຍງດູແລສຸຂະພາບຂອງບັນດານັກກິລາ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການກຸສົນ ແລະ ມະນຸດສະທຳສັງຄົມ; ໜູນຊ່ວຍປ້ອງກັນການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ໜູນ​ຊ່ວຍ​ປະຊາຊົນ​ເຂດ​ພາກ​ກາງ​ທີ່ປະສົບ​ໄພ​ນ້ຳ​ຖ້ວມ, ໜູນ​ຊ່ວຍ​ເດັກນ້ອຍ​ທີ່​ດ້ອຍ​ໂອກາດ... ບັນດາການປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ ​ໄດ້​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ ​ແລະ ​ຮູບ​ການ​ກິລາ​ຂອງ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຂອງ​ຫວຽດນາມ ເວົ້າ​ລວມ, ​ກໍ່ຄື​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ສ.​ເກົາຫຼີ”, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​.

ທ່ານ​ປະທານ VUFO ປາດ​ຖະໜາ​ວ່າ ທ່ານ Park Hang-seo ຈະສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ ຕື່ມອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.