ເຂົ້າ ເຕິມ - ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ ໄຊ​ງ່ອນ

16:30 | 01/06/2022

ຍ​ສ​ໝ - ​ບໍ​ພຽງ​ແຕ່​ມີ​ໜ້າ​ຢູ່​ນະ​ຄອນ​ໂຮ່​ຈີ​ມິ​ນ​ເທົ່​າ​ເນັ້ນ, ເຂົ້າ​ເຕິມ (ເຂົ້າຫັກ) ຍັງ​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຄື ຮ່າ​ໂນ້ຍ, ດ່າ​ນັ້ງ...ອີກ​ດ້ວຍ.

ໂຄ​ສະ​ນາ​ອາ​ຫານ​ການ​ກິນ ຮ່າ​ໂນ້ຍ​ໃຫ້​ແຂກ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໂຄ​ສະ​ນາ​ອາ​ຫານ​ການ​ກິນ ຮ່າ​ໂນ້ຍ​ໃຫ້​ແຂກ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ ຫວຽດ​ນາມ ​ຮຽກ​ຮ້ອງ​ການ​ຄ້ຳ​ປະ​ກັ​ນ​ສະ​ບຽງ​ອາ​ຫານ ເພື່ອ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ໂລກ
ເຂົ້າ ເຕິມ - ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ ໄຊ​ງ່ອນ
ພາບ​ປະ​ກອບ: vntrip.vn

ເຂົ້​າ​ເຕິມ ອາດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ ຫວຽດ​ນາມ. ເຂົ້າ​ເຕິມ​ແມ່ນ​ອາ​ຫານ​ທຳ​ມະ​ດາ​ທີ່​ສະ​ຫງວນ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທຸກ​ຍາກ ຫຼື​ ນັກ​ຮຽນ, ນັກ​ສຶກ​ສາ. ຍ້ອນ​ວ່າ ເຂົ້າ​ເຕິມ​ມີ​ລາ​ຄາ​ຖືກ​ ເຊິ່ງ​ໄດ້​ນຳ​ໃຊ້​ເພື່ອ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ. ແຕ່​ປັດ​ຈຸ​ບັນ, ເຂົ້າ​ເຕິມ​ພັດ​ກາຍ​ເປັນ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ ແລະ ໄດ້​ເຕື້ອງ​ເຖິງ​ເປັນ​ປະ​ຈຳ​ໃນ​ທົ່ວ​ປະ​ເທດ. ພິ​ເສດ​ມັນ​ໄດ້​ກາຍ​ເປັນ​ເຍື່ອງ​ອາ​ຫານ​​ທີ່​ເປັນ​ເອກະ​ລັກ​ສະ​ເພາະ​ຂອງ ນະ​ຄອນ​ໄຊ​ງ່ອນ.

ຊາວ​ໄຊ​ງ່ອນ ກິນ​ເຂົ້າ​ເຕິມ​ກໍ່​ຄື​ກັນ​ກັບ​ຊາວ​ຮ່າ​ໂນ້ຍ​ກິນ​ເຝີ. ເຂົ້າ​ເຕິມ ເຖິງວ່າ​ຢູ່​ບ່ອນ​ໃດ​ກໍ່​ບໍ່​​ມີ​ລົດ​ຊາດ ແລະ ກິ່ນ​ຫອມ​​ຄືນ​ກັນ​ກັບ​ຢູ່​ໄຊ​ງ່ອນ​ໄດ້. ໃນ​ທຸກ​ຖະ​ໜົນ​ຫົນ​ທາງ​ຢູ່​ໄຊ​ງ່ອນ​ທີ່​ກ້​ວາງ​ໃຫຍ່ ແນ່ນອນ​ວ່າ​ບໍ່​ສາ​ມາດ​ນັບ​ໄດ້​ວ່າ ມີ​ຈັກ​ຮ້ານ​ຂາຍ​ເຂົ້າ​ເຕິມ. ເຂົ້າ​ເຕິມ ເຄີຍ​ໄດ້​ເອີ້ນ​ວ່າ ເຂົ້າ​ຂອງ​ຄົນ​ທຸກ​, ຕາມ​ວັນ​ເວ​ລາ​ເຂົ້າ​ເຕິມ​ໄດ້​ກາຍ​ເປັນ​ເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ສຳ​ລັບ​ຊາວ​ໄຊ​ງ່ອນ​ໝົດ​ທຸກ​ຄົນ.

ເມື່ອ​ເວົ້າ​ເຖິງ​ເຂົ້າ​ເຕິມ ສ່ວນ​ທີ່ຍອດຍິ່ງ​ທີ່​ສຸດແມ່ນຢູ່​ໃນ​ເມັດເຂົ້າ​ເຕິມ. ເຕິມ​ແມ່ນ​ສ່ວນ​ຫົວ​ຂອງ​ເມັດ​ເຂົ້າ, ໃນ​ຂັ້ນ​ຕອນ​ສີ​ເຂົ້າ​ໄດ້​ເຮັດ​ໃຫ້​ເຂົ້າ​ຫັກ, ນີ້​ແມ່ນ​ວັດ​ຖຸ​ຕົ້ນ​ຕໍທີ່​ບໍ່​ສາ​ມາ​ດ​ປ່ຽນ​ແທນ​ດ້ວຍ​ວັດ​ຖຸ​ອື່ນ​ໃນ​ເຍື່ອງ​ອາ​ຫານ​ເຂົ້າ​ເຕິມ​ໄຊ​ງ່ອນໄດ້. ຍ້ອນ​ວ່າ ເມັດເຂົ້າ​ເຕິມ​ຫອ​ມ, ຫວານ​ທີ່​ສຸດ ແລະ ເມັດເຂົ້າ​ເຕິມຫຸງ​ບໍ່​ແຂງ, ບໍ່​ເລະ​ເກີນ​ໄປ ເຊິ່ງ​ເຮັດ​ໃຫ້​ຄົນ​ກິນ​ບໍ່​ຮູ້​ສຶກ​ເບື່ອ. ເມັດ​ເຂົ້າເຕິມ​ຕອນ​ຫຸງສຸກ ຈະ​ມີ​ກິ່ນ​ຫອມ​ກ່​ວາ​ເຂົ້າ​ເຕິມທີ່ຍັງບໍ່ສຸກ. ເຂົ້າ​ເຕິມ ກໍ່​ບໍ່ໃນ່ຄື​ເຂົ້າ​ທຳ​ມະ​ດາ ເຊິ່ງພຽງ​ແຕ່​ໃນ່ຂຶ້ນໜ້ອຍໜຶ່ງ, ມັນ​ກໍ່​ແຊບກ່​ວາ​ເຂົ້າ​ທຳ​ມະ​ດາ.

ເມື່ອ​ຮັບ​ປະ​ທານ​ເຂົ້າ​ເຕິມ​ໄຊງ່ອນ, ເພື່ອນ​ຈະ​ຮູ້​ສຶກ​ໄດ້​ວ່າ​ເມັດ​ເຂົ້າ​ເຕິ​ມ​ໜຽວ, ຫອມ, ກິນກັບຢໍ່ໄຂ່, ກະ​ດູດ​ຂ້າງ ແລະ ໝາກ​ແຕ່ງ, ໝາ​ກ​ເຫຼັ່ນ. ທຸກ​ສິ່ງ​ທຸກ​ຢ່າງ​ປະສົມ​ກັນ​ສ້າງເປັນ​ລົດ​ຊາດ​ທີ່​ເຂັ້ມ​ຂຸ​ນ ເປັນ​ເອ​ກະ​ລັກ​ຍາກ​ທີ່​ຈະຫຼົງ​ກັບ​ເຂົ້າ​​ຊະ​ນິດອື່ນໆໄດ້. ເຂົ້າ​ເຕິມ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ງ່າຍ​ດາຍ​ທ່າມກາງ​ໄຊ​ງ່ອນທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ຊາວ​ໄຊ​ງ່ອນ​ໄປ​ໃສ​ກໍ່​ຄິດ​ຮອດ​ເຂົ້າ​ເຕິມ​ຄື​ລົດ​ຊາດ​ຂອງ​ນະ​ຄອນ ແລະ ຜູ້​ໃດ​ມາ​ໄຊ​ງ່ອນ​ ກໍແນ່ນອນ​ວ່າ​ຕ້ອງ​ຮັ​ບ​ປະ​ທານ​ເຍື່ອງ​ອາ​ຫານ​ນີ້​ເທື່ອ​ໜຶ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.