ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

17:19 | 21/09/2022

ອັດຕາຄວາມທຸກຍາກຂອງ ຫວຽດນາມ ໄດ້ຫຼຸດລົງຈາກ 18,1% ໃນປີ 2012 ລົງເຫຼືອພຽງ 4,4% ໃນປີ 2021.

ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ
ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ພັ​ດ​ທະ​ນາ ມະ​ນຸດ ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ພັ​ດ​ທະ​ນາ ມະ​ນຸດ
ພາບປະກອບ: TTXVN
ພາບປະກອບ: TTXVN

ຕາມບົດລາຍງານຫຼ້າສຸດຂອງອົງການ ສປຊ ເພື່ອການພັດທະນາ ແລ້ວ, ອັດຕາຄວາມທຸກຍາກຂອງ ຫວຽດນາມ ໄດ້ຫຼຸດລົງຈາກ 18,1% ໃນປີ 2012 ລົງເຫຼືອພຽງ 4,4% ໃນປີ 2021. ໃນຂະນະນັ້ນ, ອັດຕາຄວາມທຸກຍາກຫຼາຍສົ້ນຂອງ ຫວຽດນາມ ຫຼຸດລົງຢ່າງຕໍ່ເນື່ອງ ແລະ ຫຼາຍພໍສົມຄວນ. ຫວຽດນາມ ພວມແມ່ນປະເທດນໍາໜ້າໃນການຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ເຊິ່ງດັດຊະນີບໍ່ພຽງແຕ່ອີງໃສ່ລາຍຮັບເທົ່ານັ້ນ ຫາກນັບທັງປັດໄຈອື່ນໆ ເຊິ່ງປະຊາຊົນຕ້ອງການໃນຊີວິດອີກດ້ວຍ. ຫວຽດນາມ ໄດ້ຍົກບັນຫາທຸກຍາກຫຼາຍສົ້ນເຂົ້າໃນນະໂຍບາຍ ແລະ ວາງອອກເປົ້າໝາຍລະອຽດທີ່ສຸດ. ນອກຈາກນັ້ນ, ຫວຽດນາມ ໄດ້ປ່ຽນແປງການຕີລາຄາດັດຊະນີຄວາມທຸກຍາກຢ່າງຕໍ່ເນື່ອງ, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍຕ່າງໆໃຫ້ຫຼາຍກວ່າອີກ. ທ່ານ Ousmane Dione, ນັກຊ່ຽວຊານຂອງ ທະນາຄານໂລກ (WB) ໃຫ້ຮູ້ວ່າ: “ອັດຕາຄວາມທຸກຍາກຢູ່ ຫວຽດນາມ ໄດ້ຫຼຸດລົງຕ່ຳກວ່າ 10% ແລະ ອັດຕາຄວາມທຸກຍາກທີ່ສຸດ ກໍໄດ້ຫຼຸດລົງຢ່າງແຮງ, ຕ່ຳກວ່າ 3%, ເຊິ່ງໜ້ອຍກວ່າອັດຕາຕາມມາດຕະຖານສາກົນ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຜົນສຳເລັດຂອງປະເທດທີ່ມີຕໍ່ຂະບວນວິວັດແຫ່ງການຫຼຸດຜ່ອນຄວາມທຸກຍາກ”.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.