ເຂົ້າ​ຕົ້ມ​ດຳ​ເມື່ອງ​ລໍ່

13:50 | 04/07/2022

ຍ​ສ​ໝ - ອາ​ຫານ​ທີ່​ມີ​ຊື່​ສຽງ​ໃນ​ອາ​ຫານ​ກາ​ນ​ກິນ​ຂອງ​ປະ​ຊາ​ຊົນ​ອຽນ​ບ໊າຍ ​ບໍ່​ພຽງ​ແຕ່ມີໄສ້ອົ່ວໄສ້ກອກ, ຊາ ​ຊານ​ຕວຽດ​ ຫຼື ​ຊິ້ນ​ຄວາຍ​ແຫ້ງເທົ່າ​ນັ້ນ ຫາກ​ຍັງ​ມີ​ລົດ​ຊາດ​ຂອງ​ເຂົ້າ​ຕົ້ມ​ດຳ ເມື່ອງ​ລໍ່ ນຳອີກ. ຜູ້​ໃດ​ເຄີຍ​ໄດ້ຮັບ​ປະ​ທານ​ແລ້ວ​ ແນ່ນອນ​ວ່າ ຈະ​ບໍ່​ອາດລືມ​​ລົດ​ຊາດ​ທີ່​ແຊບ​ໆ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ນີ້ໄດ້.

ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ
ເອື້ອຍ​ຄູ​ຊົນ​ເຜົ່າ​ເມື່ອງ ໄດ້ຮ​ັບ​ລາງວັນສົມ​ເດັດ​ເຈົ້າ​ຟ້າ​ມະ​ຫາ​ຈັກ​ກ​ຣີ ປີ 2021 ຂອງ ໄທ ເອື້ອຍ​ຄູ​ຊົນ​ເຜົ່າ​ເມື່ອງ ໄດ້ຮ​ັບ​ລາງວັນສົມ​ເດັດ​ເຈົ້າ​ຟ້າ​ມະ​ຫາ​ຈັກ​ກ​ຣີ ປີ 2021 ຂອງ ໄທ
ເຂົ້າ​ຕົ້ມ​ດຳ​ເມື່ອງ​ລໍ່
ເຂົ້າ​ຕົ້ມ​ດຳ

ເຂດ​ເມື່ອງ​ລໍ່ ອຽນ​ບ໊າຍ ໄດ້​ຂະ​ໜາມ​ນາມ​ວ່າ ບ່ອນບວກເລິກຂອງ​ບັນ​ດາ​ແຂວງ​ເຂດ​ ໄຕ​ງວຽນ (ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ). ມາ​ແຫ່ງ​ນີ້​ເພື່ອນ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ເຂດ​ໄຕ​ງວຽນ​ ທີ່​ສວຍ​ສົດ​ງົດ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ປະ​ທານ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ພາກ​ເໜືອນຳອີກ, ໃນ​ນັ້ນ​ເຍື່ອງ​ອາ​ຫານ​ທີ່​ມີ​ລັກ​ສະ​ນະ​ສະ​ເພາະ​ທີ່​ສຸດ, ມີ​ຊື່​ສຽງ​ທີ່​ສຸດ​ນັ້ນ​ແມ່ນ ເຂົ້າ​ຕົ້ມ​ດຳ​ເມື່ອງ​ລໍ່. ເຍື່ອງ​ອາ​ຫານ​ທີ່​ເປັນ​ໜ້າ​ແຊບ​ນີ້ ມີ​ລົດ​ຊາດ​ຫອມ​, ຫວານ, ຢອດ​ຢ້ຽມ, ມັນ​ແມ່ນ​ການ​ເຕົ້າ​ໂຮມ​ຂອງ​ທຳ​ມ​ະ​ຊາດ ແລະ ຄູ່​ມື​ທີ່​ດຸໝັ່ນ​ຂະ​ຫຍັນ​ພຽນ​ຂອງ​ມະ​ນຸດ.

ເຂົ້າ​ໜົມ​ດຳ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ມີ​ລົດ​ຊາດ​ເຂດ​ໄຕ​ບັກ ຢູ່​ອຽນ​ບ໊າຍ ເຊິ່ງ​ເພື່ອນ​ບໍ່ຄວນ​ພາດ​. ເຂົ້າ​ຕົ້ມ​ດຳ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​​ຊາວ​ເຜົ່າ​ຜູ້​ໄທ​ປະ​ດິດ​ສ້າງ ແລ້ວສືບ​ທອດ​ໃຫ້​ແກ່​ລູກຫຼານ​ຫຼາຍ​ລຸ້​ນ​ຄົນ ເພື່ອ​ຮັກ​ສາ​ເຍື່ອງ​ອາ​ຫານ​ທີ່​ເປັມ​ມູນ​ເຊື້ອ​ນີ້. ທຳມະດາແລ້ວ, ​​ປະ​ຊາ​ຊົນ​ອຽນ​ບ໊າຍ​ກິນ​ເຂົ້າ​ຕົ້ມ​ດຳຍາມ​ບຸນ​ເຕັດ​ວຽນ​ມາ, ລົດ​ຊາດ​ຂອງ​ເຍື່ອງ​ອາ​ຫານ​ນີ້​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດທີ່ສຸດ: ກີ່ນ​ຂອງ​ເຂົ້າ​ສານ, ກີ່ນ​ຂອງ​ຖ່ານ, ໝາກ​ໄມ້, ດອກຕົ້ນ​ງາ​ດຳ, ລົດ​ຫວານ​ຂອງ​ເຂົ້າ​ສານ…ທຸກ​ສິ່ງ​ທຸກ​ຢ່າງ​ສ້າງ​​ລົດ​ຊາດ​ທີ່​ເປັນ​ລັກ​ສະ​ນະ​ພິ​ເສດ​ຂອງ​ທຳ​ມະ​ຊາດ​ເຂດ​ໄຕ​ບັກ ແລະ ຄູ່​ມື​ທີ່​ດຸ​ໝັ່ນ ແລະ ຄ່ອງ​ແຄ້ວ​ຂອງ​ປະ​ຊາ​ຊົນ​ຢູ່ເຂດນີ້. ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້​ໄທ ໄດ້ເຮັດເຂົ້າ​ຕົ້ມຂຶ້ນມາ ​ດ້ວຍ​ຄວາມ​ໝາຍ​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄົນ​ລຸ້ນ​ກ່ອນ ແລະ ​ຟ້າ​ດິນ. ເຍື່ອງ​ອາ​ຫານ​ເຂົ້າ​ຕົ້ມ​ດຳ​ນີ້ ​ບໍ່​ອາດ​ຂາດ​ໄດ້ໃນ​ພາ​ເຂົ້າ​ບູ​ຊາ​ບັນ​ພະ​ບຸ​ລຸດ, ​ຟ້າ​ດິນຂອງ​ຊາວ​ເຜົ່າ​ຜູ້​ໄທ ເມື່ອ​ບຸນ​ເຕັດ​ວຽນ​ມາ.

ອາ​ຫານ​ທີ່​ມີ​ຊື່​ສຽງ​ໃນ​ອາ​ຫານ​ກາ​ນ​ກິນ​ຂອງ​ປະ​ຊາ​ຊົນ​ອຽນ​ບ໊າຍ ​ບໍ່​ພຽງ​ແຕ່ມີໄສ້ອົ່ວໄສ້ກອກ, ຊາ ​ຊານ​ຕວຽດ​ ຫຼື ​ຊິ້ນ​ຄວາຍ​ແຫ້ງເທົ່າ​ນັ້ນ ຫາກ​ຍັງ​ມີ​ລົດ​ຊາດ​ຂອງ​ເຂົ້າ​ຕົ້ມ​ດຳ ເມື່ອງ​ລໍ່ ນຳອີກ. ຜູ້​ໃດ​ເຄີຍ​ໄດ້ຮັບ​ປະ​ທານ​ແລ້ວ​ ແນ່ນອນ​ວ່າ ຈະ​ບໍ່​ອາດລືມ​​ລົດ​ຊາດ​ທີ່​ແຊບ​ໆ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ນີ້ໄດ້. ຍ້ອນ​ທິ​ວ​ທັດ​ທຳ​ມະ​ຊາດ, ມະ​ນຸດ ແລະ ອາ​ຫານ​ກາ​ນ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ແນ່​ນ່ອນ​ວ່າ​ຈະ​ສ້າງ​ທ່າ​ແຮງ​ໃຫ້​ແກ່​ແຂວງ​ອຽນ​ບ໊າຍ ເພື່ອ​ກາຍ​ເປັນ​ເຂດ​ດິນ​ແດນທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ​ ໃນ​ອະ​ນາ​ຄົດ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.