ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວ​​ຕອນ​ຄ່ຳຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

16:24 | 06/01/2023

​ຍ​ສ​ໝ - ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວ “ວັງທັງລອງຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ”, ແຂກທ່ອງທ່ຽວຈະມີເວລາ 120 ນາທີ ເພື່ອຍັງມາຊົມ ແລະ ຄົ້ນຫາພະລາດຊະວັງທັງລອງທີ່ສວຍງາມໃນຕອນກາງຄືນ, ຄົ້ນຫາບັນດາຄຸນຄ່າເປັນເອກະລັກສະເພາະຈາກສິລະປະສະຖາປັດຕະຍາກຳພະລາດຊະວັງ, ບ່ອນເຮັດວຽກ, ວິຖີຊີວິດ, ອາຫານການກິນຊາວໃນວັງ…

ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ
ປັກ​ກິ່ງ​ຕຳ​ໜິ​ຕິ​ຕຽນບັນ​ດາກໍ​ລະ​ນີ​ຈຳ​ກັດ​ການ​ເຂົ້າເມືອງສຳລັບ​​ແຂກ​ທ່ອງ​ທ່ຽວທີ່​ມາຈາກ​ຈີ​ນ ປັກ​ກິ່ງ​ຕຳ​ໜິ​ຕິ​ຕຽນບັນ​ດາກໍ​ລະ​ນີ​ຈຳ​ກັດ​ການ​ເຂົ້າເມືອງສຳລັບ​​ແຂກ​ທ່ອງ​ທ່ຽວທີ່​ມາຈາກ​ຈີ​ນ
ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວ​​ຕອນ​ຄ່ຳຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
ພາບ​ປະ​ກອບ: hanoimoi.vn

ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວຕອນ​ຄ່ຳ​​ຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ

ຕອນຄ່ຳວັນທີ 04 ມັງກອນ, ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດພິທີເປີດຕົວລາຍການທ່ອງທ່ຽວຕອນ​ຄ່ຳຢູ່ ພະລາດຊະວັງທັງລອງ ດ້ວຍຫົວຂໍ້ “ພະ​ລາດ​ຊະ​ວັງທັງລອງ ຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ” ສຳລັບແຂກທ່ອງທ່ຽວຕ່າງປະເທດ. ການ​ເປີດ​ຕົວ​ໄດ້​ຮັບ​ຄວາມ​ສົນ​ໃຈເປັນ​ຈຳ​ນວນຫຼວງຫຼາຍ​ຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທີ່​ຮັບ​ແຂກ​ສາ​ກົນ​ມາທ່ຽວ​ຫວຽດ​ນາມ ກໍ່​ຄື​ແຂກ​ທ່ອງ​ທ່ຽວຕ່າງ​ປະ​ເທດ

ເມື່ອເຂົ້າຮ່ວມລາຍການທ່ອງທ່ຽວ “ພະ​ລາດ​ຊະ​ວັງທັງລອງ ຍາມຄ່ຳຄືນ - ການສຳຜັດທີ່ເປັນເອກະລັກ”, ແຂກທ່ອງທ່ຽວຈະມີເວລາ 120 ນາທີ ເພື່ອມາຊົມ ແລະ ຄົ້ນຫາຊອກຮູ້ກ່ຽວກັບພະລາດຊະວັງທັງລອງທີ່ສວຍງາມໃນຕອນກາງຄືນ, ຄົ້ນຫາບັນດາຄຸນຄ່າທີ່ເປັນເອກະລັກສະເພາະຈາກສິລະປະສະຖາປັດຕະຍາກຳພະລາດຊະວັງ, ບ່ອນເຮັດວຽກ, ວິຖີຊີວິດ, ອາຫານການກິນຊາວວັງ… ແຂກທ່ອງທ່ຽວຈະໄດ້ຄົ້ນຫາເຂດມໍລະດົກວັດທະນະທຳໂລກ ພະລາດຊະວັງທັງລອງ ໂດຍ UNESCO ຮັບຮອງ; ຮັບຊົມລາຍການຟ້ອນຕຸກກະຕານ້ຳ ແລະ ຕຸກກະຕາເລົ່າເລື່ອງກ່ຽວກັບພະລາດຊະວັງທັງລອງ; ຄົ້ນຫາຄວາມເປັນເອກະລັກສະເພາະຂອງວັດຖຸພັນອັນລ້ຳຄ່າຂອງພະລາຊະວັງ;…..

ກ່ອນ​ໜ້າ​ນັ່ນ, ເດືອນ​ເມ​ສາ​ ປີ 2022, ພາຍຫຼັງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເປີດ​ປະ​ຕູ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຢ່າງເຕັມຮູບແບບ, ສູນ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ທັງ​ລອງ - ຮ່າ​ໂນ້ຍ ກໍໄດ້​ເປີດ​ລາຍ​ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ຖອດລະຫັດ​ຢູ່​ພະ​ລາດ​ຊະ​ວັງທັງ​ລອງ ທີ່​ສະ​ຫງວນ​ໃຫ້​ແກ່​ແຂກ​ພາຍ​ໃນ​ເຊິ່ງໄດ້​ຮັບ​ການ​ຕອບ​ຮັບ ແລະ ຕີ​ລາ​ຄາ​ສູງ ຈາກ​ແຂກ​ທ່ອງ​ທ່ຽວ.

ນອກຈາກລາຍການພິເສດນີ້ແລ້ວ, ສູນອະນຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ ຍັງມີຫຼາຍລາຍການທ່ອງທ່ຽວ ເພື່ອຮັບໃຊ້ແຂກທ່ອງທ່ຽວສາກົນອີກດ້ວຍ, ເປັນຕົ້ນແມ່ນລາຍການທ່ອງທ່ຽວວິທະຍາສາດດ້ວຍຫົວຂໍ້ ການທ່ອງທ່ຽວບູຮານຄະດີພະລາດຊະວັງທັງລອງ, ການທ່ອງທ່ຽວວິຈິດສິນພະລາດຊະວັງທັງລອງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.