ປັກ​ກິ່ງ​ຕຳ​ໜິ​ຕິ​ຕຽນບັນ​ດາກໍ​ລະ​ນີ​ຈຳ​ກັດ​ການ​ເຂົ້າເມືອງສຳລັບ​​ແຂກ​ທ່ອງ​ທ່ຽວທີ່​ມາຈາກ​ຈີ​ນ

16:14 | 05/01/2023

ຍ​ສ​ໝ - ຈີນ​ຄາດ​ຄະ​ເນ​ວ່າ ຈະ​ເປີດ​ເສັ້ນ​ຊາຍ​ແດນ​ຄືນ​ໃໝ່ ແລະ ລົບ​ລ້າງ​ບັນ​ດາ​ມາດ​ຕະ​ການກວດ​ພະ​ຍາດ​ໂຄວິດ - 19 ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ນັບ​ແຕ່​ວັນ​ທີ 8 ມັງ​ກອນ. ປັກ​ກິ່ງ​ກໍ່​ໃຫ້​ຮູ້​ວ່າ ​ເລື່ອງ​ອະ​ນຸ​ຍາດໃຫ້​ພົນ​ລະ​ເມືອງ​ຈີນ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີຄວາມ​ລະ​ບຽບ​ຮຽບຮ້ອຍ.

ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ
SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ພາບ​ປະ​ກອບ: AFP/TTXVN
ພາບ​ປະ​ກອບ: AFP/TTXVN

ວັນ​ທີ 3 ມັງ​ກອນ, ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ ຢູ່​ປັກ​ກິ່ງ, ທ່ານ​ນາງ Mao Ning ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ຕຳ​ໜິ​ຕິ​ຕຽນ​ເລື່ອງຫຼາຍ​ປະ​ເທດ​ຈັດ​ວາງ​ບັນ​ດາ​ຂໍ້​ຈຳ​ກັດ​ການ​ເຂົ້າເມືອງ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຈີນ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້ ແລະ ຂາດ​ພື້ນ​ຖານ​ວິ​ທະ​ຍາ​ສາດ”. ທ່ານ​ນາງ Mao Ning ກ່າວ​ເຕືອນ​ວ່າ ຈີນ ອາດ​ຈະ “ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ອີງ​ໃສ່ຫຼັກ​ການຕ່າງຝ່າຍຕ່າງມີຜົນປະໂຫຍດ”.

ຫວ່າງ​ມໍ່ໆ​ມາ​ນີ້, ບັນ​ດາ​ປະ​ເທດ​ ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ກາ​ນາ​ດາ, ຝ​ລັ່ງ, ຍີ່​ປຸ່ນ, ອັງ​ກິດ ​ໄດ້​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ສຳ​ລັບ​ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ຈີນ, ຮຽກ​ຮ້ອງ​ໃຫ້ແຈ້ງ​ໃບ​ກວດ​ເຊື້ອ​ໄວ​ຣັດ SARS-CoV-2 ທີ່ມີຜົນເປັນ​ລົບ​ໃນ​ສະ​ພາບ​ການ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່​ຈີນ ພວມ​ເພີ່ມ​ຂຶ້ນ ພາຍຫຼັງ​ເວ​ລາ​ປະ​ເທດ​ນີ້​ຕັດ​ສິນ​ໃຈ​ປ່ຽນ​ທິດ​ຮ່ວມ​ດຳ​ລົງ​ຊີ​ວິດ​ກັບ​ພະ​ຍາດ​ໂຄວິດ - 19 ນັບ​ແຕ່ 7 ທັນ​ວາ 2022.

ຈີນ​ຄາດ​ຄະ​ເນ​ວ່າ ຈະ​ເປີດ​ເສັ້ນ​ຊາຍ​ແດນ​ຄືນ​ໃໝ່ ແລະ ລົບ​ລ້າງ​ບັນ​ດາ​ມາດ​ຕະ​ການກວດ​ພະ​ຍາດ​ໂຄວິດ - 19 ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ນັບ​ແຕ່​ວັນ​ທີ 8 ມັງ​ກອນ. ປັກ​ກິ່ງ​ກໍ່​ໃຫ້​ຮູ້​ວ່າ ​ເລື່ອງ​ອະ​ນຸ​ຍາດໃຫ້​ພົນ​ລະ​ເມືອງ​ຈີນ​ໄປ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີຄວາມ​ລະ​ບຽບ​ຮຽບຮ້ອຍ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.