ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ

16:15 | 05/01/2023

ຍ​ສ​ໝ - ຕາມ​ການ​ຄາດ​ຄະ​ເນ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ແບບ​ຢ່າງ​ໄກ, ປີ 2023 ທ່າ​ອ່ຽງ​ການ​ທ່ອງ​ທ່ຽວ​ຂອງ ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ແມ່ນ​ການ​ທ່ອງ​ທ່ຽວ​ບໍ່​ນຳ​ໃຊ້​ໂທ​ລະ​ສັບ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ກັບ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ ແລະ ລົງ​ຕົວ​ກັບ​ຄວາມ​ສະ​ຫງົບ​ສຸກ​ຂອງ​ທຳ​ມະ​ຊາດ.

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ
ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ
ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ
ພ​າບ​ປະ​ກອບ

ບັນ​ດາ​ນະ​ຄອນ​ທະ​ເລ​ສືບ​ຕໍ່​ແມ່ນ​ສ​ະ​ຖ​ານ​ທີ່​ໄດ້​ຮັບ​ຄວາມນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ໃຫ້​ແກ່​ການ​ພັກ​ໃນ​ໂອ​ກາດ​ທ້າຍ​ປີ

ຕາມ​ຂໍ້​ມູນຫຼ້າ​ສຸດ​ຂອງ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ທາງ​ໄກ Booking.com ແລ້ວ, ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ 2022, ແຂກ​ທ່ອງ​ທ່ຽວ ຫ​ວຽດ​ນາມ ​ມີ​ຄວາມ​ນິ​ຍົມ​ພັກ​ບຸນ​ປີ​ໃໝ່​ຢູ່​ບັນ​ດາ​ນະ​ຄອນ​ໃຫຍ່. ຢືນ​ຢູ່​ແຖວ​ໜ້າ​ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ໃນ​ໂອ​ກາດ​ນີ້ແມ່ນ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ຖັດ​ຈາ​ກ​ນັ້ນ​ແມ່ນ ຮ່າ​ໂນ້ຍ.

ນອກ​ຈາ​ກ​ນັ້ນ, ຫວຽດ​ນາມ ຍັງ​ມີ​ຫາ​ດ​ຊາຍ​ຍາວ​ກ່​ວາ 3.200 ກີ​ໂລ​ແມັດ, ໂດຍ​ທຳ​ມ​ະ​ຊາດ​ດົນ​ບັນ​ດານ​​ຫາດຊາຍ​ທີ່​ສວຍ​ງາມ ແລະ ປະຖົມປະຖານ​ທີ່​ສຸດ, ເພາະ​ສະ​ນັ້ນ​ບໍ່​ມີຫ​ຍັງທີ່​ຮູ້​ສຶກ​ປະ​ຫຼາດ​ໃຈ​ເມື່ອ​ບັນ​ດາ​ນະ​ຄອນ​ທະ​ເລ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຊາວຫວຽດ​ນາມ ໃນ​ຊຸມ​ວັນ​ພັກ​ທ້າຍ​ປີ 2022, ດ້ວຍ 6 ໃນ​ຈຳ​ນວນ 10 ສະ​ຖານ​ທີ່​ໄດ້​ຮັບ​ການ​ຊອກ​ຫາຫຼາຍ​ທີ່​ສຸດ ​ນັ້ນ​ແມ່ນ: ຫວູງ​ເຕົາ, ຍາ​ຈາງ, ຝຸກວັກ, ກຸຍ​ເຍີນ, ໂຮ້ຍ​ອານ, ຮະ​ລອງ…

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ການ​ທ່ອງ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ກໍ່​ໄດ້​ຮັບ​ການ​ຄ​ັດ​ເລືອກ​ຈາກ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ​ໃນ​ໂອ​ກາດ​ພັກ​ວັນ​ບຸນ ຄຼິດ​ສະ​ມາດ ແລະ ປີ​ໃໝ່​ສ​າ​ກົນ. ໃນ​ນັ້ນ Khon Kaen, Bangkok ແລະ Singapore ຢືນ​ຢູ່​ແຖວ​ໜ້າ​ບັນ​ຊີ​ລາຍ​ຊື່​ດັ່ງກ່າວ ເພາະ​ວ່ານີ້​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽ​ງ, ໃກ້​ຊິດ​ກັບ ຫວຽດ​ນາມ, ຖັດ​ຈາກ​ນັ້ນ​ແມ່ນ ສ.ເກົາຫຼີ (ເຊີ​ອູນ), ຍີ່​ປຸ່ນ (ໂຕ​ກຽວ), ອົດ​ສະ​ຕາ​ລີ (Sydney, Melbourne), ໄທ (ຊຽງ​ໃໝ່ ແລະ ເມືອງ​ເກົ່າ​ພູ​ເກັດ)

ຕາມ​ການ​ຄາດ​ຄະ​ເນ​ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ແບບ​ທາງ​ໄກ, ປີ 2023 ທ່າ​ອ່ຽງ​ການ​ທ່ອງ​ທ່ຽວ​ຂອງແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ແມ່ນ​ການ​ທ່ອງ​ທ່ຽວແບບ​ບໍ່​ນຳ​ໃຊ້ສັນຍານ​ປົກຄຸມ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ກັບ​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ ແລະ ເຊື່ອມຕົວກັບ​ຄວາມ​ສະ​ຫງົບ​ສຸກ​ຂອງ​ທຳ​ມະ​ຊາດ. ອີກກະ​ແສ​ໜຶ່ງ​ແມ່ນຫວັງ​ຢາກ​ໄດ້​ລົງ​ຕົວ​ຈິງວັດ​ທະ​ນະ​ທຳ​ທີ່ແປກໃໝ່.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ການ​ຄົ້ນ​ຄ້​ວາຫຼ້າ​ສຸດ​ຂອງ Klook, ສະ​ພາບ​ການ​ເສດ​ຖະ​ກິດ​ບໍ່​ເປັນ​ປົກ​ກະ​ຕິ ແລະ ໄພ​ເງິນ​ເຟີ້​ໃນ​ທົ່ວ​ໂລກ​ກໍ່​ສ້າງ​ຜົນ​ກະ​ທົບ​ບໍ່​ແມ່ນ​ໜ້ອຍ​ຕໍ່​ແຜນ​ການ​ທ່ອງ​ທ່ຽວ​ໃນ​ປີ 2023. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຢູ່ ຫວຽດ​ນາມ ຍັງ​ມີ 79% ຈຳ​ນວນແຂກ​ທ່ອງ​ທ່ຽວທີ່​ໄດ້​ຮັບ​ການ​ສຳຫຼວດ​ວ່າຍັງ​ຈະ​ໄປ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ປີ 2023, ດ້ວຍ 45% ຄາດ​ວ່າ​ຈະ​ໄປ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ເວ​ລາ​ໜ້ອຍ​ສຸດ​ແມ່ນ 10 ວັນ. ໃນ​ຂະ​ນະ​ນັ້ນ, 63% ແຂກ​ທ່ອງ​ທ່ຽວ​ຢູ່​ເອ​ລົບ​ ພັດ​ຮູ້​ສຶກວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ລາ​ຄາ​ບັນ​ດາ​ຄ່າ​ໃຊ້​ຈ່​າຍ​ທີ່ກຽວ​ຂ້ອງ​ການ​ທ່ອງ​ທ່ຽວ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ການ​ທ່ອງ​ທ່ຽວ​ໃນ​ປີ 2023 ຈະ​ແມ່ນ​ການ​​ເລືອກ​ເອົາ​ບັນ​ດາ​ສະ​ຖານ​ທີ່​ໃກ້ໆ ຫຼື​ ທ່ອງ​ທ່ຽວ​ໃນລະ​ດູທີ່​ມີ​ຄົນ​ໄປ​ທ່ຽວ​ໜ້ອຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.