ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ

16:19 | 03/01/2023

ຍ​ສ​ໝ - ວັນ​ທີ 2 ມັງ​ກອນ, ພະ​ແນກ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: ໃນ 3 ວັນ​ພັກ​ປີ​ໃໝ່​ສາ​ກົນ ນັບ​ແຕ່​ວັນ​ທີ 31 ທັນ​ວາ 2022 ຫ​າ​ວັນ​ທີ 2 ມັງ​ກອນ ປີ 2023, ນະ​ຄອນ​ຫຼວງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ປະ​ມານ 208.000 ​ເທື່ອ​ຄົນ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ບັນ​ລຸ​ປະ​ມານ 38.000 ເທື່ອ​ຄົນ.

SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ພາບ​ປະ​ກອບ: dangcongsan.vn
ພາບ​ປະ​ກອບ: dangcongsan.vn

ວັນ​ທີ 2 ມັງ​ກອນ, ພະ​ແນກ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ: ໃນ 3 ວັນ​ພັກ​ປີ​ໃໝ່​ສາ​ກົນ ນັບ​ແຕ່​ວັນ​ທີ 31 ທັນ​ວາ 2022 ຫ​າ​ວັນ​ທີ 2 ມັງ​ກອນ ປີ 2023, ນະ​ຄອນ​ຫຼວງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ປະ​ມານ 208.000 ​ເທື່ອ​ຄົນ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ບັນ​ລຸ​ປະ​ມານ 38.000 ເທື່ອ​ຄົນ. ພ້ອມ​ກັບ​ການ​ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19, ບັນ​ດາ​ການ​ເຄື່ອ​ນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ການ​ບໍ​ລິ​ການ​ໄດ້​ຮັບ​ການ​ເປີດ​ປະ​ຕູ​ຄືນ​ໃໝ່, ຄວາມ​ຕ້ອງ​ການ​ໃນ​ການ​ພັກ​ຜ່ອນ​ບຳ​ລຸງ, ຢ້ຽມ​ຊົມ​ ທ່ອງ​ທ່ຽວ​ຂອງແຂກ​ເພີ່ມ​ຂຶ້ນ​ສູງ. ໃນ 3 ວັນ​ພັກ​ປີ​ໃໝ່​ສາ​ກົນ,ສະ​ມັດ​ຕະ​ພາບ​ໃນ​ການ​ນຳ​ໃຊ້​ຫ້ອງ​ພັກ​ໄລ່​ສະ​ເລ່ຍ​ຂອງ​ໂຮງ​ແຮມ​ບັນ​ລຸ​ກ່​ວາ 63%, ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ​ພັກເຊົາ ​ບັນ​ລຸ​ປະ​ມານ 28%. ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ​ສ່ວນຫຼາຍ​ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ຍີ່​ປຸ່ນ, ຈີນ, ອັງ​ກິດ, ອາ​ເມ​ລິ​ກາ, ເຢຍ​ລະ​ມັນ, ສ.ເກົາຫຼີ, ແຟນ​ລັງ…

ໂດຍ​ໃຫ້ຂໍ້​ສັງ​ເກດ​ຕໍ່​ວຽກ​ງານ​ຈັດ​ຕັ້ງ​ການ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ສະ​ຖານ​ທີ່, ທ່ານ​ນາງ ດັ້ງ​ເຮືອງ​ຢາງ ຫົວ​ໜ້າ​ພະ​ແນກ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ວຽກ​ງານ​ຈັດ​ຕັ້ງ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ 2023 ຢູ່​ບັນ​ດາ​ເຂດ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ ໄດ້​ດຳ​ເນີນ​ຢ່າ​ງ​ຟົດ​ຟື້ນ. ບັນ​ດາ​ລາຍ​ການ​ຕ້ອນ​ຮັບ​ປີ​ໃໝ່​ສາ​ກົນ 2023 ໄດ້​ຈັດ​ຕັ້ງ​ສຳ​ເລັດ, ໂດຍ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ແຂກ​ທ່ອງ​ທ່ຽວ​ຄື: ລາຍ​ການ​ຕ້ອນ​ຮັບປີ​ໃໝ່ 2023 ຢູ່​ສະ​ໜາມຫຼວງ ດົງ​ກິງ​ເງ້ຍ​ທຸກ, ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລະ​ປະ, ອາ​ຫານ​ກາ​ນ​ກິນ​ຕ້ອນ​ຮັບ​ປີ​ໃໝ່ ແລະ ງານວາງ​ສະ​ແດງດອກ​ໄມ້, ຕົ້ນ​ໄມ​ປະ​ດັບ ທີ່​ແກ່​ຍາວ​ຮອດ​ບຸນ​ເຕັດ​ປະ​ຈຳ​ປີ ຢູ່ ຖະ​ໜົນ​ຄົນ​ຢ່າງ 6 ສາຍ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ, ລະຫຼິ້ນ, ຊື້​ເຄື່ອງ.

ທ່ານ​ນາງ ດັ້ງ​ເຮືອງ​ຢາງ ແຈ້ງ​ໃຫ້​ຊາບ​ວ່າ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສາ​ກົນ, ຄະ​ນະ​ກວດ​ກາ​ຂອງ​ພະ​ແນກ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ໄດ້​ເພີ່ມ​ທະ​ວີ​ວຽກ​ງານກວດ​ກາການ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ຜູ້​ນຳ​ທ່ຽວ…ຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນ​ນະ​ຄອນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.