ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023

10:51 | 29/12/2022

ນີ້ແມ່ນຂໍ້ມູນໂດຍຄະນະຈັດຕັ້ງງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2023 ປະກາດ ຢູ່ກອງປະຊຸມຖະແຫຼງຂ່າວທີ່ໄດ້ດຳເນີນໃນຕອນບ່າຍວັນທີ 26 ທັນວາ ຢູ່ແຂວງ ຫ໋າຍເຢືອງ.

ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023 ການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ອາດຈະບັນລຸ 4 ຕື້ USD ໃນປີ 2023
ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023 ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023
ພາບປະກອບ: TTXVN
ພາບປະກອບ: TTXVN

ຕາມນັ້ນແລ້ວ, ງານບຸນໄດ້ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການໂຄສະນາບັນດາຄຸນຄ່າທີ່ພົ້ນເດັ່ນໃນທົ່ວໂລກຂອງເຂດປູສະນີຍະສະຖານໃນວິວັດການ ແຂວງຫ໋າຍເຢືອງ ພ້ອມກັບບັນດາແຂວງ ກ໋ວາງນິງ, ບັກຢາງ ເຮັດສຳເລັດເອກະສານ ເຂດປູສະນີຍະສະຖານ ແລະ ທັດສະນີສະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ຍື່ນສະເໜີຕໍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຮັບຮອງເອົາເປັນມໍລະດົກໂລກ. ໃນໂອກາດນີ້, ແຂວງຫ໋າຍເຢືອງຈະຕ້ອນຮັບ 2 ຄະນະຜູ້ແທນສາກົນ ຂອງແຂວງSuwon (ສ.ເກົາຫຼີ) ແລະ ແຂວງ Kagoshima (ຍີ່ປຸ່ນ). ນີ້ແມ່ນໂອກາດເພື່ອໃຫ້ແຂວງໂຄສະນາ, ແນະນຳ ບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊົນເຜົ່າ ໄປຍັງແຂກທ່ອງທ່ຽວສາກົນ.

ໄຊພອນ

ເຫດການ