ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

11:04 | 31/03/2023

ຍ​ສ​ໝ - ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຮັບຮອງ​ເອົາ​ມະຕິວ່າດ້ວຍການ​​ຮຽກຮ້ອງ​ໃຫ້​ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ (ICJ) ​ຍົກ​ອອກ​ຄຳ​ເຫັນ​​ປຶກສາຫາລື​ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ.

ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້ ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຫວຽດນາມ - ລາວ
ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
ທ່ານ​ ດັ້ງ​ຮ່​ວາງ​ຢາງ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: TTXVN)

ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (ສປຊ) ​ໄດ້​ຮັບຮອງ​ເອົາ​ມະຕິວ່າດ້ວຍການ​​ຮຽກຮ້ອງ​ໃຫ້​ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ (ICJ) ​ຍົກ​ອອກ​ຄຳ​ເຫັນ​​ປຶກສາຫາລື​ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ​ປະຈຳ ສປຊ ​ແລ້ວ, ມະຕິ​ໄດ້​ຍື່ນ​ສະ​ເໜີ​ຕາມ​ຂໍ້​ລິ​ເລີ່​ມຂອງ​ Vanuatu ​ແລະ ກຸ່ມ​ຫຼັກ​ແຫຼ່ງຂອງ 18 ປະ​ເທດ, ​ໃນ​ນັ້ນ​ມີ​ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ນາຍົກລັດຖະມົນຕີ Vanuatu ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. ໃນ​ຖາ​ນະ​ເປັນ​ຮອງ​ປະ​ທານ​ສະ​ພາ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ເປັນ​ປະ​ທານ​ການ​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ມະ​ຕິດັ່ງກ່າວ.

ຕາມ​ມະຕິ​ດັ່ງກ່າວແລ້ວ, ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້ ICJ ​ມີຄຳ​ເຫັນ​ກ່ຽວ​ກັບ​ພັນທະ​ຂອງ​ບັນ​ດາ​ປະ​ເທດຕາມ​ກົດໝາຍ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ຕ້ານ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ​ກໍ່​ຄື​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ນິ​ຕິ​ກຳ​ຂອງ​ບັນດາ​ປະ​ເທດ ທີ່ໄດ້ສ້າງ​ຜົນ​ສະທ້ອນ​ບໍ່​ດີ​ກ່ຽວກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຕໍ່​ຫຼາຍ​ປະ​ເທດອື່ນ. ດ້ວຍ​ມະຕິ​ດັ່ງກ່າວ, ICJ ຈະ​ປະກອບຄວາມ​ເຫັນ​ທາງ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ​ເປັນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ​ທີ່​ສຸດ ​ແລະ ​ໄດ້​ປຶກສາ​ຫາລື​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ໃນ​ປະຈຸ​ບັນ. ເລື່ອງ​ມະຕິ​ດັ່ງກ່າວ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ 132/193 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ແລະ ຜ່ານ​ການ​ເຫັນ​ດີ​ເປັນ​ເອກະ​ພາບ​ ສະ​ແດງ​ໃຫ້​ເຫັນເຖິງ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ບັນຫາ​ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.