ລ້າງ​ເຊີນ​ເປີດ​ນຳ​ໃຊ້ ແອັບ ການ​ທ່ອງ​ທ່ຽວ ລ້າງ​ເຊີນ Tourism

11:48 | 19/12/2022

ຫວ່າງແລ້ວນີ້, ລ້າງ​ເຊີນ ໄດ້ເປີດ​ນຳ​ໃຊ້​ປະຕູ​ຖານ​ຂໍ້​ມູນ​ການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ ແລະ ແອັບ ການ​ທ່ອງ​ທ່ຽວ​ອັດ​ສ​ະ​ລິ​ຍະ​ໃນ​ສະ​ມາດ​ໂຟນ” ແຂວງ ລ້າງ​ເຊີນ - ແອັ​ບ​ມີ​ຊື່​ວ່າ ລ້າງ​ເຊີນ Tourism.

ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ແງ່​ຫວັງພົ້ນເດັ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ
ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022 ສື່ມວນ​ຊົນ ສິງ​ກະ​ໂປ: Fansipan ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ 2022
ລ້າງ​ເຊີນ​ເປີດ​ນຳ​ໃຊ້ ແອັບ ການ​ທ່ອງ​ທ່ຽວ ລ້າງ​ເຊີນ Tourism
ພາບ​ປະ​ກອບ

ລະ​ອຽດ​ແມ່ນ, ແອັບ ລ້າງ​ເຊີນ Tourism ຈະ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊອກ​ຫາ​ສາ​ຖານ​ທີ່​ທ່ອງ​ທ່ຽວ, ຂຶ້ນແຜນການ​ເດີນ​ທາງ ແລະ ລາຍ​ງານ​ບັນ​ດາ​ຂໍ້​ມູ​ນ​ທີ່​ຍັງບໍ່​ທັນຖືກ​ຕ້ອງ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ລ້າງ​ເຊີນ.

​ແຂວງ​ລ້າງ​ເຊີນ​ສົມ​ທົບ​ກັບ VNPT ຜັນ​ຂະ​ຫຍາຍການນຳໃຊ້​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ, ບັນ​ດາ​ວິ​ສ​າ​ຫະ​ກິດ​ດຳ​ເນີນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ ແລະ ອົງ​ການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ນີ້.

ຕາມ​ຜູ້​ຕາງ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ​ລ້າງ​ເຊີນແລ້ວ, ການ​ຜັ​ຂະ​ຫຍາຍ​ລະ​ບົບ​ປະ​ຕູ​ຖານການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ ແລະ ການ​ນຳ​ໃຊ້​ໂປຼແກຼມການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ​ໃນ​ສະ​ມາດ​ໂຟນ ຈະ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ, ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ແຂວງ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ແຂວງ​ລ້າງ​ເຊີນ ໄປ​ຍັງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ. ໃນ​ແອັບ​ນີ້ ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ຊອກ​ຫາ​, ສ້າງ TOUR ທ່ອງ​ທ່ຽວ​ຢູ່​ລ້າງ​ເຊິນ​ຢ່າງ​ງ່າຍ​ດາຍ.

ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ຄຼິບ​ວີ​ດີ​ໂອ ​ຜົນ​ຂອງ​ການ​ຜັນ​ຂະ​ຫຍາຍ​ປະ​ຕູ​ຖານ​ການ​ທ່ອງ​ທ່ຽວອັດ​ສະ​ລະ​ຍະ ແລະ ແອັບ​ການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ​ໃນ​ສະ​ມາດ​ໂຟນ ແຂວງ​ລ້າງ​ເຊີນ”, ໂຫຼດ​ແອັບ ລ້າງ​ເຊີນ Tourism ແລະ ລອງນຳ​ໃຊ້​ປະ​ຕູ​ຖານ​ການ​ທ່ອງ​ທ່ຽວ ອັດ​ສະ​ລິ​ຍະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.