Number 1 Soya ຢັ້ງຢືນທີ່ຕັ້ງອັນດັບໜຶ່ງ ດ້ວຍຂີດໝາຍໃນເຕັກໂນໂລຢີ ການຜະລິດ

09:47 | 29/12/2022

ຍສໝ - ທ່າອ່ຽງນໍາໃຊ້ເຄື່ອງດື່ມສະອາດແມ່ນທ່າອ່ຽງບໍລິໂພກໃນປັດຈຸບັນ, ຍ້ອນວ່າ ໃນປັດຈຸບັນ, ຜູ້ບໍລິໂພກ ພວມນັບມື້ນັບເອົາໃຈໃສ່ເຖິງສຸຂະພາບ. ສະນັ້ນ, ຜະລິດຕະພັນສະອາດ, ມີຜົນປະໂຫຍດຕໍ່ສຸຂະພາບ ແມ່ນທາງເລືອກທີ່ດີໃຫ້ຜູ້ບໍລິໂພກ. Number 1 Soya Canx ເປີດຕົວ ໃນທ້າຍປີ 2021 ໄດ້ກາຍເປັນໜຶ່ງໃນບັນດາການຄັັດເລືອກ ບຸລິມະສຸດຂອງຜູ້ບໍລິໂພກ ຢ່າງວ່ອງໄວ.

ຫຼັງຈາກການເປີດຕົວ 6 ເດືອນ, ຄວາມດຶງດູດຂອງນໍ້ານົມຖົ່ວເຫຼືອງ Number 1 Soya Canxi ລຸ້ນໃໝ່ ໃນປັດຈຸບັນເປັນແນວໃດ? ຫຼັງຈາກການເປີດຕົວ 6 ເດືອນ, ຄວາມດຶງດູດຂອງນໍ້ານົມຖົ່ວເຫຼືອງ Number 1 Soya Canxi ລຸ້ນໃໝ່ ໃນປັດຈຸບັນເປັນແນວໃດ?
ກາຍເປັນເສດຖີເງິນລ້ານ ແລະ ເສດຖີເງິນຕື້ ເມື່ອກິນ ຊາ Dr Thanh, ຊາຂຽວສູນອົງສາ, Number 1 ກາຍເປັນເສດຖີເງິນລ້ານ ແລະ ເສດຖີເງິນຕື້ ເມື່ອກິນ ຊາ Dr Thanh, ຊາຂຽວສູນອົງສາ, Number 1

ພາຍຫຼັງການເປີດຕົວເປັນເວລາກວ່າເຄິ່ງປີ, ນ້ຳເຕົ້າຮູ້ Number1 Soya Canxi ຍັງມີຄວາມດຶຶງດູດສໍາລັບຜູ້ບໍລິໂພກຫວຽດນາມ. ຄຽງຂ້າງໂສມໜ້າ ແລະ ວັດຖຸດິບ, ເຕັກໂນໂລຢີທັນສະໄໝ Aseptic ໄດ້ຮັບການພິຈາລະນາວ່າແມ່ນປັດໄຈຫຼັກແຫຼ່ງ ສ້າງ ແລະ ຍົກສູງຄຸນຄ່າ ໃຫ້ຜະລິດຕະພັນນີ້.

ທ່າອ່ຽງນໍາໃຊ້ເຄື່ອງດື່ມສະອາດແມ່ນທ່າອ່ຽງບໍລິໂພກໃນປັດຈຸບັນ, ຍ້ອນວ່າ ໃນປັດຈຸບັນ, ຜູ້ບໍລິໂພກ ພວມນັບມື້ນັບເອົາໃຈໃສ່ເຖິງສຸຂະພາບ. ສະນັ້ນ, ຜະລິດຕະພັນສະອາດ, ມີຜົນປະໂຫຍດຕໍ່ສຸຂະພາບ ແມ່ນທາງເລືອກທີ່ດີໃຫ້ຜູ້ບໍລິໂພກ. Number 1 Soya Canx ເປີດຕົວ ໃນທ້າຍປີ 2021 ໄດ້ກາຍເປັນໜຶ່ງໃນບັນດາການຄັັດເລືອກ ບຸລິມະສຸດຂອງຜູ້ບໍລິໂພກ ຢ່າງວ່ອງໄວ.

Sữa đậu nành Number 1 Soya Canxi được người tiêu dùng ngày càng yêu thích sau hơn nửa năm ra mắt.

ນ້ຳເຕົ້າຮູ້ Number1 Soya Canxi ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ. ພາບ: thoidai.com.vn

ຫວນຄືນເວລາ ທີ່ບໍລິສັດ ເຕິນຮຽບຟາດ ພະຍາຍາມນຳເຕັກໂນໂລຢີ Aseptic ເຂົ້າມາຫວຽດນາມ, ເປັນພື້ນຖານນໍາໜ້າໃນຂະແໜງການເຄື່ອງດື່ມທີ່ມີຕົ້ນກຳເນີດທີ່ເປັນທໍາມະຊາດ, ບໍລິສັດ ໄດ້ສ້າງກະແສພາຍຫຼັງການເປີດຕົວຜະລິດຕະພັນເຄື່ອງດື່ມອອກສູ່ຕະຫຼາດ ເຊິ່ງໄດ້ຜະລິດດ້ວຍເຕັກໂນໂລຢີ Aseptic.

Tân Hiệp Phát áp dụng công nghệ Aseptic trong quy trình sản xuất sữa đậu nành Number 1 Soya Canxi nhằm đảm bảo các yếu tố dinh dưỡng và hương vị.

ເຕິນຮຽບຟາດ ໝູນໃຊ້ເຕັກໂນໂລຢີ Aseptic ໃນການຜະລິດ. ພາບ: thoidai.com.vn

ໝູນໃຊ້ເຕັກໂນໂລຢີ Aseptic ເຄີຍໄດ້ນໍາໃຊ້ໃນຜະລິດຕະພັນປະເພດ ຕ່າງໆ ຄື: ນໍ້າດື່ມຊູກຳລັງ Number 1, ນໍ້າຊາ 0 ອົງສາ, ນໍ້າຊາເຢັນ Dr Thanh… ອີກຄັ້ງໜຶ່ງ, ບໍລິສັດ ເຕິນຮຽບຟາດ ໄດ້ສ້າງຜະລິດຕະພັນທີ່ເປັນປະໂຫຍດຕໍ່ສຸຂະພາບ ທີ່ມີຊື່ວ່າ Number 1 Soya Canxi. ຄວາມແຕກຕ່າງກັນເຊິ່ງ Number 1 Soya Canxi ເມື່ອທຽບໃສ່ຜະລິດຕະພັນອື່ນໆໃນຕະຫຼາດ, ນັ້ນແມ່ນແຫຼ່ງວັດຖຸດິບທຳມະຊາດ ໄດ້ຮັບປະກັນທາດບຳລຸງ, ເປັນປະໂຫຍດຕໍ່ສຸຂະພາບ ດ້ວຍຕ່ອງໂສ້ລະບົບເຕັກໂນໂລຢີທັນສະໄໝ.

ເຕັກໂນໂລຢີ Aseptic ເຊິ່ງບໍລິສັດ ເຕິນຮຽບຟາດ ພວມນໍາໃຊ້ ແມ່ນລະບົບ ເຄື່ອງຈັກເຄື່ອນໄຫວແບບຄົບວົງຈອນ ແລະ ອັດຕະໂນມັດ. ດ້ວຍຕ່ອງໂສ້ ເຕັກໂນໂລຢີ, ວິວັດການຜະລິດເຄື່ອງດື່ມ ຈະສະກັດບັນດາສານພິດອອກ, ຈາກຂັ້ນຕອນປຸງແຕ່ງວັດຖຸດິບ ຮອດຂັ້ນຕອນບັນຈຸ ແລະ ອັດກວດ.

Number 1 Soya Canxi giúp người tiêu dùng có thêm sự lựa chọn tiện lợi trong việc chăm sóc sức khỏe cho bản thân và gia đình.

ນ້ຳເຕົ້າຮູ້ Number1 Soya Canxi ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ. ພາບ: thoidai.com.vn

ວິວັດການຜະລິດ Number 1 Soya Canxi ເລີ່ມຈາກການຄວບຄຸມຢ່າງ ເຄັ່ງຄັດກ່ຽວກັບຄຸນນະພາບໃນການຄັັັດເລືອກວັດຖຸດິບ ກ່ອນທີ່ຈະນໍາ ເຂົ້າປຸງແຕ່ງ. ຫຼັງຈາກນັ້ນ, ຖົ່ວເຫຼືອງໄດ້ແຍກເປືອກອອກ ແລະ ສະກັດເອົາທາດບຳລຸງ ດ້ວຍເຕັກໂນໂລຢີຍີ່ປຸ່ນ ຊ່ວຍໃຫ້ຮັກສາທາດບຳລຸງໃນຖົ່ວເຫຼືອງຄື ທາດໂປຼຕິນ, ທາດລີປິດ carbohydrate… ຫຼັງຈາກນັ້ນ, ນ້ຳຖົ່ວເຫຼືອງ ໄດ້ສົ່ງເຖິງລະບົບປຸງແຕ່ງ ເພື່ອແຍກກາກ ແລະ ເຮັດເປັນນ້ຳເຕົ້າຮູ້ທີ່ສົມບູນ.

ຂັ້ນຕັນຕໍ່ໄປແມ່ນຄົນ ແລະ ຂ້າເຊື້ອ UHT (ultra-high temperature). ນ້ຳເຕົ້າຮູ້ Soya Canxi ໄດ້ນໍາເຂົ້າອ່າງປອດເຊື້ອ, ຈາກນັ້ນ ນໍາເຂົ້າລະບົບບັນຈຸ ແລະ ອັດກວດ.

ຖ້າບັນດາເຕັກໂນໂລຢີອື່ນ, ຜະລິດຕະພັນພຽງແຕ່ໄດ້ຂ້າເຊື້ອ ແລະ ບັນຈຸໃນສະພາບເປີດ, ສະນັ້ນເຊື້ອສາມາດຊຶມເຂົ້າ, ເຕັກໂນໂລຢີທັນສະໄໝ Aseptic ໄດ້ແກ້ໄຂບັນຫາດັ່ງກ່າວ. ຈຸດພົ້ນເດັ່ນທີ່ມີລັກສະນະບຸກທະລຸຂອງເຕັກໂນໂລຢີດັ່ງກ່າວ ແມ່ນ ນ້ຳເຕົ້າຮູ້ Number 1 Soya Canxi ໄດ້ຮັບການຂ້າເຊື້ອ UHT. ລະອຽດ, ນ້ຳເຕົ້າຮູ້ ໄດ້ຮັບການຂ້າເຊື້ອດ້ວຍວິທີການແກ້ໄຂຄວາມຮ້ອນສູງ ໃນເວລາແຕ່ 2-5 ວິນາທີ. ຫຼັງຈາກນັ້ນ ຜະລິດຕະພັນ ໄດ້ນໍາເຂົ້າລະບົບຮັກສາຄວາມເຢັນທັນທີ.

ພິເສດ, ຂັ້ນຕອນບັນຈຸ ແລະ ອັດກວດ ຕ້ອງຮັບປະກັນ 5 ປັດໄຈ ລວມມີ: ແກ້ວປອດເຊື້ອ, ຝາປອດເຊື້ອ, ນໍ້າປອດເຊື້ອ, ຜະລິດຕະພັນປອດເຊື້ອ ແລະ ສະພາບແວດລ້ອມປອດເຊື້ອ. ຈາກນັ້ນ, ສ້າງເປັນຜະລິດ ຕະພັນປອດເຊື້ອ ຮັບປະກັນຄຸນນະພາບ, ຄວາມປອດໄພດ້ານ ສະບຽງອາຫານ.

ສາມາດເຫັນໄດ້ວ່າ ດ້ວຍລະບົບຕ່ອງໂສ້ເຕັກໂນໂລຢີ Aseptic ຜະລິດອອກ Number 1 Soya Canxi, ບໍລິສັດ ເຕິນຮຽບຟາດ ອີກເທື່ອໜຶ່ງ ໄດ້ຢັ້ງຢືນຄວາມເອົາໃຈໃສ່ ແລະ ຄວາມປາດຖະໜາຢາກນໍາເອົາ ຜະລິດຕະພັນທີ່ມີຄຸນນະພາບທີ່ດີມາໃຫ້ຜູ້ບໍລິໂພກ, ບໍ່ຕ້ອງມີສານກັນບູດ ແຕ່ຍັງຄົງຮັກສາຄຸນນະພາບໃນຕະຫຼອດອາຍຸນໍາໃຊ້ 12 ເດືອນ.

ນ້ຳເຕົ້າຮູ້ Number1 Soya Canxi ໄດ້ສ້າງເປັນທ່າອ່ຽງເຄື່ອງດື່ມ ທີ່ດີຕໍໍ່ສຸຂະພາບ, ສະໜອງທາດບຳລຸງ ເຊິ່ງບໍ່ພຽງແຕ່ຊ່ວຍ ແກ້ຫິວນ້ຳເທົ່ານັ້ນ​ ຫາກຍັງຊ່ວຍສ້າງເປັນແບບແຜນການດໍາລົງຊີວິດ ທີ່ປອດໃສ, ສະດວກ.

ດ້ວຍແຫຼ່ງວັດຖຸດິບທໍາມະຊາດ ດ້ວຍເຕັກໂນໂລຢີປອດເຊື້ອ Aseptic, ຄຸນນະພາບຂອງ Number 1 Soya Canxi ໄດ້ສ້າງຂີດໝາຍ ສໍາລັບຜູ້ບໍລິໂພກ ຫວຽດນາມ. ເຄື່ອງດື່ມທີ່ມີຜົນປະໂຫຍດຕໍ່ສຸຂະພາບນີ້ ຈະຊ່ວຍໃຫ້ຜູ້ບໍລິໂພກມີທາງເລືອກຕື່ມອີກໃນການເບິ່ງແຍງສຸຂະພາບ ໃຫ້ຄອບຄົວ.

ບູນມີ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.