ບັນ​ຍາ​ກາດ​ຄືກ​ຄື້ນ​ມ່ວນ​​ຂອງວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ຖະ​ໜົນ​ຮ່າງມ໊າ

10:03 | 25/12/2022

ບັນ​ດາ​ວັດ​ຖຸ​ປະ​ດັບ​ປະ​ດາ ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ກ່​ວາ ​ຍ້ອນ​ມັນ​ມີ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ​ໃນ​ວັນ​ບຸນ.

ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023 ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023
ລັກ​ສະ​ນະ​ພິ​ເສດ​ຂອງວັນ​ບຸນ​ແຫ່​ໜ້າ​ກາກ​ຕ່ວງ ເຫ້ວ ລັກ​ສະ​ນະ​ພິ​ເສດ​ຂອງວັນ​ບຸນ​ແຫ່​ໜ້າ​ກາກ​ຕ່ວງ ເຫ້ວ
ຮ້ານ​ວາງ​ຂາຍ​ສິນ​ຄ້າ​ຢູ່​ຖະ​ໜົນ​ຮ່າງ​ມາ
ຮ້ານ​ວາງ​ຂາຍ​ສິນ​ຄ້າ​ຢູ່​ຖະ​ໜົນ​ຮ່າງ​ມາ

ວັນ​ບຸນ​ຄຼິດ​ສະ​ມາດ​​ເລີ່ມ​ຕົ້ນ​, ​ເຂດ​ຖະ​ໜົນ​ຮ່​າງ​ມ໊າ (ຖະ​ໜົນ​ຮ່​ວານ​ກຽມ, ຮ່າ​ໂນ້ຍ) ​ໄດ້​ເຕັມ​ໄປ​ດ້ວຍບັນ​ຍາ​ກາດ​ວັນ​ບຸນ​ຄຼິດ​ສະ​ມາດ​. ມີ​ຜະ​ລິດ​ຕະ​ພັນຫຼາຍ​ຢ່າງ​ໄດ້​ວາງ​ຂາຍ​ຢູ່​ແຫ່ງ​ນີ້ ໄດ້​ເຮັດ​ໃຫ້​ຖະ​ໜົນ​ນ້ອຍ​ຢູ່​ທ່າມ​ກາງ​ນະ​ຄອນ​ຮ່າ​ໂນ້ຍ ມີ​ພາບ​ຂອງວັນ​ບຸນ ດ້ວຍຫຼາ​ຍ​ສີ​ສັນ ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເຂດ​ຖະ​ໜົນ​ແຫ່ງ​ນີ້​ສຸມ​ໃສ່​ບັນ​ດາ​ວິ​ສາ​ຫະ​ກິດ, ພໍ່​ຄ້າ​ຊາວ​ຂາຍ ຂາຍ​ເຄື່ອງ​ປະ​ດັບ​ປະ​ດາ​ໃນ​ວັນ​ບຸນຕ່າງ​ຄື: ບຸນ​ເຕັດ, ບຸນ​ໄວ້​ພະ​ຈັນ, ວັນ​ບຸນ Halloween. ຊຸມ​ປີ​ມໍ່ໆ​ມາ​ນີ້, ຖະ​ໜົນ​ຮ່​າງມ໊າ ຍັງ​ແມ່ນ​ສະ​ຖານ​ທີ່​ ທີ່​ຊາວ​ໜຸ່ມ​ນະ​ຄອນ​ຮ່າ​ໂນ້ຍ ແລະ ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນມາ​ແຫ່ງ​ນີ້​ເພື່ອ​ຖ່າຍ​ຮູບ. ໂດຍ​ເຫັນ​ໄດ້​ຈິດ​ໃຈ​ຂອງ​ແຂກ​ທີ່ຢາກ​ມາ​ຖ່າຍ​ຮູບ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ບັນ​ດາ​ຮ້ານ​ວາງ​ຂາຍ​ກໍ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາຢ່າງພິຖີພິຖັນ.

ໂດຍ​ໄດ້​ຮູ້​ວ່າ ເຖິງວ່າ​ຕະຫຼາດ Noel ໄດ້​ເຂົ້າ​ລະ​ດູ​ແລ້ວ, ແຕ່​ຈຳ​ນວນ​ຜູ້​ມາ​ຊື້ກໍ່ບໍ່ຫຼາຍ​ປານ​ໃດ. ອາດ​ເຫັນ​ໄດ້​ວ່າ ​ໄວ​ໜຸ່ມ​ຈຳນວນຫຼາຍໄດ້​ມາ​ຊົມ ແລະ ຖ່າຍ​ຮູບ​ຢູ່​ຖະ​ໜົນກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ວາງ​ຂາຍ​ຢູ່​ຮ້ານ.

ບັນ​ດາ​ວັດ​ຖຸ​ປະ​ດັບ​ປະ​ດາ ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​ກ່​ວາ ​ຍ້ອນ​ມັນ​ມີ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ​ໃນ​ວັນ​ບຸນ.

ປັດ​ຈຸ​ບັນ​, ສິນ​ຄ້າ​ປະ​ດັບ​ປະ​ດາ​ຮັບ​ໃຊ້​ບຸນ​ເຕັດ​ກໍ່​ໄດ້​ວາງ​ຂາຍ​ພ້ອມ​ກັບ​ເຄື່ອງ​ປະ​ດັບ​ປະ​ດາ​ໃຫ້​ແກ່​ວັນ​ບຸນ​ຄຼິດ​ສະ​ມາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.