![]() |
ຕົ້ນແປກ ໄດ້ເຮັດຈາກກຸບຫວຽດ ຕັ້ງຢູ່ໂບດ ຮ່າຟາດ (ພາບ: vietnamnet.vn) |
ດົ່ງນາຍມີ ຊາວຄຼິດກ່ວາ 1 ລ້ານຄົນ, ແມ່ນທ້ອງຖິ່ນທີ່ມີຊາວຄຼິດ ດຳລົງຊີວິດຫຼາຍທີ່ສຸດໃນທົ່ວປະເທດ. ວັນບຸນຄຼິດສະມາດຂອງທຸກປີ, ຊາວຄຼິດໃນບໍລິເວນແຂວງ ໄດ້ປະດັບປະດາຕົ້ນແປກ, ຈຳລອງຖ້ຳຫີນ ແລະ ສາຍດອກໄຟທີ່ມີຫຼາຍສີສັນ ດຶງດູດຊາວຄຼິດ ແລະ ສາສະນິກກະຊົນສາສະໜາອື່ນໆມາຢ້ຽມຢາມ ແລະ ຖ່າຍຮູບ.
ພິເສດ, ໂບດ ຮ່າຟາດ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງປະຊາຊົນໃນພາກພື້ນ. ໃນຕອນຄ່ຳຢູ່ແຫ່ງນີ້ ໄດ້ດຶງດູດປະຊາຊົນມາຢ້ຽມຊົມ ແລະ ຖ່າຍຮູບເປັນທີ່ລະນຶກ.
ພົ້ນເດັ່ນແມ່ນບໍລິເວນທີ່ມີຕົ້ນແປກສູງ 37 ແມັດ ໄດ້ເຮັດຈາກກຸບຫວຽດ. ມີກຸບນັບພັນອັນໄດ້ຈັດເປັນແຖວຢ່າງສະໝ່ຳສະເໝີ, ກຸບແຕ່ລະອັນໄດ້ຕິດຕັ້ງດອກໄຟ, ພັນດ້ວຍສາຍເຊືອກທີ່ມີແສງສະທ້ອນ.
ນີ້ແມ່ນຄັ້ງທີ 5 ທີ່ໂບດສ້າງຕົ້ນແປກທີ່ເປັນເອກະລັກສະເພາະ. ພິເສດ, ໃນປີນີ້ຕົ້ນແປກ ມີ 5 ຊັ້ນກົງກັບ 5 ປີນັບແຕ່ເວລາໂບດໄດ້ເລີ່ມເຮັດຕົ້ນແປກທຳອິດ. ຕົ້ນແປກ noel ປີນີ້ ໄດ້ນຳໃຊ້ດອກໄຟສີຂຽວແທນໃຫ້ສີເຫຼືອງຄືໃນທຸກປີ.
ແຕ່ລະປີ, ແຂກທ່ອງທ່ຽວໄດ້ມາຢ້ຽມຊົມໂບດເປັນຈຳນວນຫຼາຍເພື່ອໄປຫຼິ້ນ Noel ແລະ ຊົມຕົ້ນແປກ. ໂດຍໄດ້ຮັບຮູ້ວ່າ ຕອນຄ່ຳແຕ່ລະວັນ ຈະມີແຂກທ່ອງທ່ຽວນັບພັນຄົນມາຫຼິ້ນ ແລະ ຖ່າຍຮູບ. ໂບດໄດ້ລະດົມຜູ້ຮັກສາຄວາມເປັນລະບຽບຮຽບຮ້ອຍປະມານ 100 ຄົນ ເພື່ອແນະນຳໃຫ້ແກ່ແຂກທີ່ມາຖ່າຍຮູບກັບຕົ້ນແປກນີ້.
ປີ 2020, ອົງການ genes ຫວຽດນາມ ໄດ້ຢັ້ງຢືນລະດັບສະຖິຕິ ຕົ້ນແປກ Noel ດ້ວຍກຸບຫວຽດ ທ່ີສູງທີ່ສຸດ ຢູ່ຫວຽດນາມ ທີ່ໂບດ ຮ່າຟາດ, ນະຄອນບຽນຮ່ວາ, ແຂວງດົງນາຍ.
ບຸນຄົງ