ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19

15:00 | 09/10/2021

ຍ​ສໝ - ຕາມ​ທ່ານ​ ຫງວຽນ​ແທັງ​ຈີ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ​ດົ່ງ​ນາຍ (ສະ​ຫະ​ພັນ​ດົ່ງ​ນາຍ) ແລ້ວ, ອົງ​ການນີ້​ໄດ້​ຂົນ​ຂວາຍ ແລະ​ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ໃຈ ຈາກ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ​ເຂົ້າ​ຮ່ວມ​ການ​ປ້ອງກ​ັນ, ຕ້ານ​ສັດ​ຕູ​ໂຄວິດ - 19 ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 17 ຕື້​ດົ່ງ.

ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ ຫວຽດ​ນາມ ກ່າວ​ປະ​ນາມ​ບັນ​ດາ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ບັນ​ດາ​ກຸ່ມ​ອາດ​ຊະ​ຍາ​ກຳ​ກໍ່​ຄວາມ​ບໍ່​ສະ​ຫງົບ​ທາງ​ການ​ເມືອງ, ສັງ​ຄົມ​ຢູ່ ​ໄຮ​ຕີ
ນັກ​ຈິດ​ຕະ​ກອນເຊື້ອ​ຊາດ​ຫວຽດ​ນາມ ຊອກ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຜ່ານ​ບັນ​ດາ​ພາບ​ແຕ​້ມ ນັກ​ຈິດ​ຕະ​ກອນເຊື້ອ​ຊາດ​ຫວຽດ​ນາມ ຊອກ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຜ່ານ​ບັນ​ດາ​ພາບ​ແຕ​້ມ
ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19
ທ່ານ​​ນາງຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ​ດົ່ງ​ນາຍ ບຸຍ​ທິ​ລຽວ ຕາງ​ໜ້າ​ໃຫ້​ອົງ​ການCOPION ແລະ ILRIມອບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ພະ​ນັກ​ສາ​ທາ​ລະ​ນະ​ສຸກ ດົ່ງ​ນາຍ

ສະ​ຫະ​ພັນ​ດົ່ງ​ນາຍ​ໄດ້​ປຸກ​ລະ​ດົມ​ໃນ​ທົ່ວ​ລະ​ບົບ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ກັນ​ໂຄວິດ - 19, ເຄື່ອງ​ຂອງ​ທີ່​ຈຳ​ເປັນ, ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ສະ​ມາ​ຊິກ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ລ໋ອກ​ດາວ, ແຍກ​ຕ​ົວ​ທາງ​ສາ​ທາ​ລະ​ນະ​ສຸກ, ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້​ແກ່​ສະ​ຖານ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ ລາວ, ໄທ ແລະ ກຳ​ປູ​ເຈຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ໜູນ​ຊ່ວຍ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ 32 ຄົນ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ແຂວງ.

ສຳ​ລັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ສະ​ຫະ​ພັນ​ດົ່ງ​ນາຍ​ໄດ້​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຢ່າງ​ຮີບ​ດ່ວນ ຄື: ເຄື່ອ​ງ​​ຊ່ວຍ​ຫາຍ​ໃຈ, ຜ້າ​ອັດ​ປາກ​ດັງ, ຊຸດ​ປ້ອງ​ກັນ​ເຊື້ອ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ… ມອບ​ໃຫ້​ແກ່​ບັນ​ດາ​ຮາກ​ຖານ​ການ​ແພດ ແລະ ໜ່ວຍ​ງານ​ຕ່າງໆ​ຢ່າງ​ທັນ​ທີ.

ສະ​ຫະ​ພັນ​ດົ່ງ​ນາຍ ແລະ ບັນ​ດາ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ທ້ອງ​ຖິ່ນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ດຳ​ເນີນ​ທຸ​ລະ​ກິດເຮືອນ​ເຊົ່າ​ໂດຍບໍ່ເກັບ​​ຄ່າ 4.500 ຫ້ອງ ແລະ 496 ຫຼັງ ໃຫ້​ແກ່​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ ແລະ ເຂົ້າຮ່ວມ​ກຳ​ລັງ​ປ້ອງ​ກັນຄຸ້ມ, ບັນ​ດາ​ຄະ​ນະ​ສາ​ທາ​ລະ​ນະ​ສຸກ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19…

ນັບ​ແຕ່​ປັດ​ຈຸ​ບັນ​ຈົນ​ຮອດ​ທ້າຍ​ປີ, ສະ​ຫະ​ພັນ​ແຂວງ​ດົ່ງ​ນາຍ​ຄາດ​ວ່າ ຈະ​ຈັດ​ຕັ້ງ​ໂຄງ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳທຳ​ນອງມິດ​ຕະ​ພາບ​ເຂດ​ຕາ​ເວັນ​ອອກສ່ຽງໃຕ້ ກັບ​ສະ​ຖານ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ, ເຂົ້າ​ຮ່ວມ​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດາມ - ອາ​ຊຽນ​ ແຂວງ​ດົ່ງ​ນາຍ, ໜູນ​ຊ່ວຍ​ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ, ຫວຽດ​ນາມ - ສ.ເກົາຫຼີ, ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ຂອງ​ແຂວງ​ດົ່ງ​ນາຍ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ອາ​ຍຸ​ການ​ໃໝ່...

​ສະ​ຫະ​ພັນ​ດົ່ງ​ນາຍ ຈະ​ສືບ​ຕໍ່​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ ລົງທຶນເຂົ້າ​ແຂວງ ແລະ ປະ​ຕິ​ບັດ​ສຳ​ເລັດ​ເອ​ກະ​ສານ 2 ໂຄງ​ການ​ໃຫຍ່: ໂຮງ​ຮຽນ​ແຫ່ງ​ຄວາມ​ຫວັງ Samsung (ດ້ວຍ​ງົບ​ປະ​ມານ​ປະ​ມານ 22 ຕື້​ດົ່ງ, ໂດຍ​ບໍ​ລິ​ສັດ Samsung ຫວຽດ​ນາມ​ອຸ​ປະ​ຖຳ) ແລະ ໂຄງ​ການ​ສ້າງ 3 ຫ້ອງ​ຮຽນ​ຢູ່ ເມືອງ​ລອງ​ແທັງ, 3 ຫ້ອງ​ຮຽນ​ຢູ່​ເມືອງ​ຈ່າງບອມ (ດ້​ວຍ​ງົບ​ປະ​ມານ 4,5 ຕື້​ດົ່ງ, ໂດຍ​ອົງ​ການ​ຈັດ​ຕັ້ງ COPION ສ.ເກົາຫຼີ​ ອຸ​ປະ​ຖຳ…)

ບຸນ​ຄົງ

ເຫດການ
302 Found

Found

The document has moved here.