ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ

08:23 | 19/12/2022

ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” (12/1972 – 12/2022), ຫໍພິພິທະພັນປະຫວັດສາດແຫ່ງຊາດ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ສົມທົບກັບກົມສຳເນົາ (ຫ້ອງວ່າການສູນກາງພັກ) ຈັດງານວາງສະແດງ ດ້ວຍຫົວຂໍ້ “ເລືອດເນື້ອ ແລະ ດອກໄມ້ - ຮ່າໂນ້ຍ 12 ວັນ ແລະ ຄືນ”.

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ພິທີຕັດແຖບຜ້າ ໄຂງານວາງສະແດງ (ພາບ: VOV5)
ພິທີຕັດແຖບຜ້າ ໄຂງານວາງສະແດງ (ພາບ: VOV5)

ງານວາງສະແດງດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 16 ທັນວາ ແລະ ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມຮອດເດືອນ ເມສາ 2023 ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ, ທີ່ຢູ່ ເຮືອນເລກທີ 25 ຕົງດ່ານ, ຮວ່ານກຽມ, ຮ່າໂນ້ຍ.

ງານວາງສະແດງລວມມີ 3 ພາກ: ວິໄສທັດຍຸດທະສາດ; ຮ່າໂນ້ຍ 12 ວັນ ແລະ ຄືນ - ເລືອດເນື້ອ ແລະ ດອກໄມ້; ດອກໄມ້ແຫ່ງໄຊຊະນະ ເພື່ອແນໃສ່ແນະນຳບັນດາຊຸດສະສົມເອກະສານ, ພາບຖ່າຍ, ເລື່ອງລາວກ່ຽວກັບການດຳລົງຊີວິດ, ອອກແຮງງານທຳການຜະລິດໃນປາງສົງຄາມທີ່ດຸເດືອດ, ກ່ຽວກັບນ້ຳໃຈຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ ໃນ 12 ວັນ ແລະ ຄືນ ທີ່ປົກຄຸມໄປດ້ວຍຄວັນໄຟ ຂອງທ້າຍປີ 1972 ເພື່ອຕ້ານຄືນຈັກກະພັດ ອາເມລິກາ. ງານວາງສະແດງກໍ່ສ່ອງແສງໃຫ້ເຫັນວິວັດທະນາການແຫ່ງການພັດທະນາຂອງນະຄອນຫຼວງ ຮ່າໂນ້ຍ ພາຍຫຼັງ 50 ປີແຫ່ງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ກໍຄືການພົວພັນທາງການທູດ, ການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຍຸກສະໄໝແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ໃນວັນດຽວກັນ, ກອງພົນທະຫານປ້ອງກັນອາກາດ 371 (ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ) ກໍໄດ້ຈັດກອງປະຊຸມສໍາມະນາ “50 ປີ ແຫ່ງ ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ ດັງກອ້ງວັນວານ” ຢູ່ຮ່າໂນ້ຍ ເຊັ່ນດຽວກັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.