ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ

08:00 | 26/09/2022

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກຄືນໃໝ່ກ່ຽວກັບບົດບາດທີ່ຈຳເປັນຂອງຄວາມສາມັກຄີສາກົນ ແລະ ລັດທິຫຼາຍຝ່າຍ ສຳລັບ ສປຊ ເຊິ່ງມີທີ່ຕັ້ງເປັນໃຈກາງ; ຢັ້ງຢືນຄວາມສະໜັບສະໜູນ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບບົດບາດຂອງ ສປຊ ໃນການຊີ້ນຳ, ນຳພາ, ປະສານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ.

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ກັບ ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ກັບ ລາວ ຢ່າງ​ບໍ່​ຢຸດ​ຢັ້ງ
ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມບິ່ງມິງ ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມບິ່ງມິງ ພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres

ຫວ່າງແລ້ວນີ້, ຢູ່ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ແລະ 45 ປີ ແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20 ກັນຍາ 1977 – 20 ກັນຍາ 2022). ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເນັ້ນໜັກຄືນໃໝ່ກ່ຽວກັບບົດບາດທີ່ຈຳເປັນຂອງຄວາມສາມັກຄີສາກົນ ແລະ ລັດທິຫຼາຍຝ່າຍ ສຳລັບ ສປຊ ເຊິ່ງມີທີ່ຕັ້ງເປັນໃຈກາງ; ຢັ້ງຢືນຄວາມສະໜັບສະໜູນ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບບົດບາດຂອງ ສປຊ ໃນການຊີ້ນຳ, ນຳພາ, ປະສານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ ສະແດງຄວາມຫວັງວ່າ ປະຊາຄົມສາກົນ ຈະສະໜັບສະໜູນ ຫວຽດນາມ ເຂົ້າໃນສະພາສິິດທິມະນຸດ ອາຍຸການ 2023 – 2025 ເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນຫຼາຍກວ່າເຂົ້າໃນວຽກງານລວມຂອງ ສປຊ ໃນພາລະກຳທີ່ສຳຄັນ ເພື່ອຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ.

ໃນຂອບເຂດການເຄື່ອນໄຫວຢູ່ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ນະທີ່ນີ້, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ສປຊ ຈະສືບຕໍ່ເອົາໃຈໃສ່ ແລະ ໃຫ້ການຊ່ວຍເຫຼືອບຸລິມະສິດພັດທະນາຂອງ ຫວຽດນາມ ໃຫ້ໄປຕາມທິດສີຂຽວ, ຍືນຍົງ, ຜັນປ່ຽນຢ່າງຍຸຕິທຳ, ໂດຍສະເພາະແມ່ນກ່ຽວກັບຄວາມອາດສາມາດເຂົ້າເຖິງດ້ານການເງິນ; ພ້ອມທັງຫວັງວ່າ ຫວຽດນາມ ຈະເສີມຂະຫຍາຍບົດບາດຂອງຕົນຢ່າງແຮງກວ່າອີກ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມບິ່ງມິງ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte; ພົບປະກັບທ່ານປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 77, ຕ້ອນຮັບລັດຖະມົນຕີການຕ່າງປະເທດ Sierra Leon; ລັດຖະມົນຕີການຕ່າງປະເທດ Guinea – Bissau ແລະ ທ່ານລັດຖະມົນຕີການຕ່າງປະເທດ Malawi. ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.