ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ

17:43 | 31/10/2022

ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປຊຊ ຈີນ ຈະປະຕິບັດເປົ້າໝາຍ “100 ປີຄັ້ງທີ 2” ຢ່າງມີໄຊ, ສ້າງປະເທດ ຈີນ ກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີ, ປະຊາທິປະໄຕ, ສີວິໄລ, ໄກ່ເກ່ຍປອງດອງ ແລະ ສວຍງາມ.

ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື
ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມືລະຫວ່າງຕໍາຫຼວດ ຫວຽດ​ນາມ-ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມືລະຫວ່າງຕໍາຫຼວດ ຫວຽດ​ນາມ-ລາວ
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກ່່າວຄຳເຫັນໃນເຫດການໜຶ່ງຈັດຂຶ້ນຢູ່ ປັງກິງ (ພາບ: VOV ປັງກິງ)
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກ່່າວຄຳເຫັນໃນເຫດການໜຶ່ງຈັດຂຶ້ນຢູ່ ປັງກິງ (ພາບ: VOV ປັງກິງ)

ເນື່ອງໃນໂອກາດທ່ານເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມປະເທດ ສາທາລະນະລັດ ປຊຊ ຈີນ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີການຕ່າງປະເທດຫວຽດນາມ ມີບົດຂຽນລົງພິມໃນໜັງສືພິມ ເຢິນມິນຈືປາວ, ກະບອກສຽງຂອງພັກກອມມູນິດ ຈີນ.

ບົດຂຽນໃຫ້ຮູ້ວ່າ, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດ ຈີນ ບໍ່ພຽງແຕ່ແມ່ນເຫດການສຳຄັນຍິ່ງ ໃນຊີວິດດ້ານການເມືອງຂອງພັກ ແລະ ລັດ ຈີນ ເທົ່ານັ້ນ, ຫາກຍັງແມ່ນເຫດການໃຫ່ຍ, ດຶງດູດຄວາມສົນໃຈຈາກທົ່ວໂລກອີກດ້ວຍ. ໂດຍໄດ້ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປຊຊ ຈີນ ຈະປະຕິບັດເປົ້າໝາຍ “100 ປີຄັ້ງທີ 2” ຢ່າງມີໄຊ, ສ້າງປະເທດ ຈີນ ກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີ, ປະຊາທິປະໄຕ, ສີວິໄລ, ໄກ່ເກ່ຍປອງດອງ ແລະ ສວຍງາມ. ຍາມໃດ ຫວຽດນາມ ກໍ່ຈະສະໜັບສະໜູນ ຈີນ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນັບມື້ນັບສຳຄັນ, ຕັ້ງໜ້າໃຫ້ແກ່ສັນຕີພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ບົດຂຽນເນັ້ນໜັກວ່າ, ຫວຽດນາມ ໄດ້ເຊື່ອໝັ້ນ ແລະ ຫວັງວ່າ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ຈະໄດ້ຕໍ່ກຳລັງໜູນໃໝ່ຢ່າງບໍ່ຢຸດຢັ້ງ, ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງ ປຊຊ ສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ວີ​ໂອ​ວີ

302 Found

Found

The document has moved here.