ຫຼາຍກິດຈະກຳທີ່ໜ້າສົນໃຈໃນ Festival ອາ​ຊີບພື້ນເມືອງ ເຫ້ວ ປີ 2023

07:24 | 14/11/2022

ຍ​ສ​ໝ - ດ້ວຍ​ຫົວ​ຂໍ້​ວ່າ “​ສິ່ງຍອດ​ຍິ່ງ​ອາ​ຊີບ​ຫວຽດນາມ”, ງານ​ບຸນ​ອາຊີບ​ພື້ນ​ເມືອງ​ເຫ້ວ ​ຄັ້ງ​ທີ 9 ປີ 2023 ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນເມ​ສາ ປີ 2023 ດ້ວຍ​ຈຸດປະສົງ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະ​ຫຍາຍບັນດາ​ຄຸນຄ່າ​ອາຊີບ​ພື້ນ​ເມືອງ, ດຶງ​ດູດ​ນັກ​ທ່ອງ​ທ່ຽວທົ່ວທຸກສາ​ລະ​ທິດ.

ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023)
ມີຫຼາຍຈຸດໃໝ່ໃນ Festival ດອກໄມ້ ດ່າລາດ 2022 ມີຫຼາຍຈຸດໃໝ່ໃນ Festival ດອກໄມ້ ດ່າລາດ 2022
ການ​ນຳ​ແຂວງ​ເທື່ອ​ທຽນ​ເຫ້ວ ມາ​ຢ້ຽມຊົມ​ໝູ່​ບ້ານ​ຫັດ​ຖະ​ກຳ (ພ​າ​ບ: huecity.gov.vn))
ການ​ນຳ​ແຂວງ​ເທື່ອ​ທຽນ​ເຫ້ວ ມາ​ຢ້ຽມຊົມ​ໝູ່​ບ້ານ​ຫັດ​ຖະ​ກຳ

​ໂດຍ​ໄດ້​ຈັດ​ຂຶ້ນ​ສອງ​ຄັ້ງ​ຕໍ່​ປີ, Festival ​ອາ​ຊີບ​​ພື້ນ​ເມືອງ​ເຫ້ວ ​ໄດ້​ຜ່ານ 8 ​ໄລຍະ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະມາຄົມ​ Festival ອາຊີ​ ວ່າເປັນ​ງານ​ບຸນ​ປະ​ເພນີ​ຂອງ​ອາຊີ​ ນັບແຕ່​ເດືອນ ມີ​ນາ 2020.

ດ້ວຍ​ຫົວ​ຂໍ້ “ສິ່ງຍອດ​ຍິ່ງອາ​ຊີບຫວຽດນາມ”, Festival ​ອາ​ຊີບ​ພື້ນ​ເມືອງ​ເຫ້ວ ​ຄັ້ງ​ທີ 9 ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 28 ເມ​ສາ – 5 ພຶດ​ສະ​ພາ 2023, ​ໃນ​ນັ້ນ, ສະຖານ​ທີ່​ຫຼັກ​ຂອງ Festival ​ໄດ້​ຍາວ​ຢຽດລຽບຕາມ​ສອງ​ຝັ່ງ​ແມ່ນ້ຳ​ເຮືອງ ​ແລະ ​ເຂດ​ຕົວ​ເມືອງ.

ຕາມ​ການ​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ເຫ້ວ​ແລ້ວ, ​ເປົ້າ​ໝາຍ​ຂອງ Festival ​ນີ້​ແມ່ນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ງານ​ບຸນ, ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ສະໜາມລະຫຼິ້ນ​ບັນ​ເທິງ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ຈຸດປະສົງ​ເພື່ອ​ແນ​ໃສ່​ເຊີດ​ຊູ​ວັດທະນະທຳ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະ​ຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ແບບດັ້ງເດີມ ​ແລະ ປະຈຸ​ບັນ​ຂອງ​ຫວຽດນາມ, ບັນດາ​ຄຸນຄ່າ​​ອາຊີບ​ພື້ນ​ເມືອງ​ເຫ້ວ, ຫວຽດນາມ; ຊຸກຍູ້​ການ​ຄ້າ, ພັດທະນາ​ເສດຖະກິດ, ການ​ບໍລິການ, ຟື້ນ​ຟູ​ເສດຖະກິດ​ການທ່ອງທ່ຽວ; ໂຄສະນາພາບພົດ, ແນະນຳວັດທະນະທຳ, ປະເທດຊາດ ແລະ ຊາ​ວຫວຽດນາມ ແລະ ຊາວເຫ້ວ ໄປຍັງທັງ 4 ທິດ; ສື່​ສານ​ຮູບ​ພາບ​ຂອງເຫວ້ ຜ່ານ​ແງ່​ມູມ​ໃຫມ່ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ປະ​ດິດ​ຄິດ​ສ້າງ…

ຜ່ານ​ນັ້ນ, Festival ອາ​ຊີບຫັດຖະກຳພື້ນເມືອງເຫ້ວ ປີ 2023 ກໍເຕົ້າ​ໂຮມຫຼາຍ​ລາຍ​ການ, ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ, ລວມ​ມີ​ພື້ນທີ່​ວາງ​ສະ​ແດງ, ຝືກ​ເຮັດ ແລະ ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ມູນ​ເຊື້ອ​ຂອງບັນ​ດາ​ນະ​ຄອນ​ສາ​ກົນ ແລະ ບາງ​ທ້ອງ​ຖິ່ນ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ, ວັນ​ບຸນ​ອາ​ຫານ​ການ​ກິນ, ຫົວ​ຂໍ້ “ສິ່ງຍອດ​ຍິ່ງ​ອາ​ຊີບ​ເຂົ້າ​ປຸ້ນ”, ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ - ສິ​ລະ​ປະ​ລະ​ຫວ່າງ​ນະ​ຄອນ​ເຫ້ວ ແລະ ບັນ​ດາ​ນະ​ຄອນ​ທີ່ຮ່ວມ​ມື, ແຮກ​ສ່ຽວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ…

ນອກ​ຈາກ​ນັ້ນ, ກໍເປັນ​ຄັ້ງ​ທຳ​ອິດທີ່​ວັນ​ບຸນ​ຈະ​ຈັດ​ຕັ້ງ​ພິ​ທີ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ແມ່​ນ້ຳ​ເຮືອງ ທີ່​ໄດ້​​ບັນ​ດານ​​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້ ມີລະ​ດູ​ການ​ເກັບ​ກ່ຽວທີ່​ໄດ້​ຮັບ​ຜົນ​ດີ ແລະ ຮ່ອງ​ຮອຍ​ວັດ​ທະ​ນະ​ທຳ​​ດັ້ງ​ເດີມ​ຢູ່​ແຫ່ງ​ນີ້ ແລະ ຫຼາຍ​ເຫດ​ການ​ຕອບ​ສະ​ໜອງ​ນັບ​ວັນ​ທີ 1 – 5 ພຶດ​ສະ​ພາ​ ຄື​ ການ​ເລືອກ​ເອົາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ສິ​ລະ​ປະ​ທີ່​ດີ​ເດັ່ນ, ກຳ​ນົດ​ລະ​ດັບ​ສະ​ຖິ​ຕິ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ອາ​ຊີບພື້ນເມືອງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.