ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ

08:00 | 24/08/2022

ຍສໝ - ຕາມ​ເນື້ອ​ໃນ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ, ສອງ​ແຂວງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຜັນຂະຫຍາຍບັນດາວຽກງານ​ຕົ້ນຕໍ​ ຄື: ສອງຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ສຶກສາອົບຮົມຖັນແຖວພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ແລະ ແຂວງຊຽງຂວາງ-ເຊີນລາ...

ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ ສະ​ຖານ​ທ​ູດ ຫວຽດ​ນາມມອບ​ຜ້າ​ອັດ​ປາກ ດັງ ແລະ ສະ​ບຽງ​ອາ​ຫານ​ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ​ຢູ່ ລາວ
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ຫວ່າງ​ແລ້ວ​ນີ້, ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ແຂວງ ເຊີນ​ລາ ​ຢູ່ແຂວງ​ຊຽງ​ຂວາງ (ລາວ), ສອງແຂວງ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງແຂວງຊຽງຂວາງ (ລາວ) ແລະ ​ແຂວງ ​ເຊີນ​ລາ ​ໄລຍະ 2022 – 2024.

ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ
ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ. ພາບ: tapchilaoviet.org

ຕາງໜ້າທີ່ພິທີລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືຮອບດ້ານ ໄລຍະ 2022 – 2024 ມີ ທ່ານ ສີວິໄລ ແສງຈະເລີນ - ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ດັ້ງງອກເຮົ້າ - ຮອງປະທານຄະນະກໍາມະການປະຊາຊົນແຂວງ ເຊີນລາ.

ຕາມ​ເນື້ອ​ໃນ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ, ສອງ​ແຂວງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຜັນຂະຫຍາຍບັນດາວຽກງານ​ຕົ້ນຕໍ​ ຄື: ສອງຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ສຶກສາອົບຮົມຖັນແຖວ ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ ແລະ ແຂວງຊຽງຂວາງ-ເຊີນລາ; ສືບຕໍ່ສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຕິບັດຫຼັກການວຽກງານພົວພັນຕ່າງປະເທດ, ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ສະກັດກັ້ນ, ຕ້ານອາດຊະຍາກຳຢູ່ທ້ອງຖິ່ນ...

ກ່ຽວ​ກັບ​ການອຸປະຖໍາ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ແຂວງ ​ເຊີນ​ລາ ຈະ​ໜູນ​ຊ່ວຍ​ແຂວງ ຊຽງ​ຂວາງ 1 ​ໂຄງການ ດ້ວຍ​ຍອດ​ມູນ​ຄ່າ 5 ຕື້​ດົ່ງ, ​ໃນ​ໄລຍະ 2022 – 2024 ​ແຂວງ ເຊີນ​ລາ ຈະ​ຈັດ​ຕັ້ງ​ 2 ຊຸດຝຶກ​ອົບຮົມການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແຂວງ​ຊຽງ​ຂວາງ ດ້ວຍທຶນສຶກສາ 90 ທຶນ​ຈາກ​ງົບປະມານ​ຂອງ​ແຂວງ. ແຂວງ​ເຊີນ​ລາ ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ເງື່ອນ​ໄຂ​ໃຫ້​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ແຂວງ ຊຽງ​ຂວາງ ໄປ​ກວດ, ປິ່ນປົວພະຍາດຢູ່​ໂຮງ​ໝໍ, ສູນ​ການ​ແພດ​ຂອງ​ແຂວງ ເຊີນ​ລາ.

​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ ​ເຊີນ​ລາ ​ໄດ້​ມອບ​ເງິນ​ 200 ລ້ານ​ດົ່ງ​ໃຫ້​ແຂວງ ຊຽງ​ຂວາງ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຂອງອໍານາດການປົກຄອງ. ສອງ​ແຂວງ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ປີ​ມິດຕະພາບ​ລາວ-ຫວຽດນາມ, ພົບປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ກິລາ ​ແລະ ທ່ອງ​ທ່ຽວ...

ບູນມີ

ເຫດການ
302 Found

Found

The document has moved here.