ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ

11:38 | 30/08/2022

ເນື່ອງໃນໂອກາດບັນດາຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ...

ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ ແຂວງຊຽງຂວາງ (ລາວ) ແລະ ເຊີນລາ ລົງນາມໃນບົດບັນທຶກ​ຊ່ວຍ​ຈຳການຮ່ວມມືຮອບດ້ານ
ກະສິກຳສົມທົບກັບການລົງຕົວຈິງ, ຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ແຂວງ ເຊີນລາ ກະສິກຳສົມທົບກັບການລົງຕົວຈິງ, ຮູບແບບການທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ແຂວງ ເຊີນລາ
ການເຮັດວຽກກັບແຂວງ ຫົວພັນ (ພາບ: ໜັງສືພິມເຊີນລາ)
ການເຮັດວຽກກັບແຂວງ ຫົວພັນ (ພາບ: ໜັງສືພິມເຊີນລາ)

ຫວ່າງແລ້ວນີ້, ຢູ່ແຂວງ ເຊີນລາ, ຄະນະຜູ້ແທນຂັ້ນສູງແຂວງ ໄດ້ເຈລະຈາກັບຄະນະຜູ້ແທນຂັ້ນສູງບາງແຂວງທາງພາກເໜືອຂອງລາວ (ເຊິ່ງລວມມີ: ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ອຸດົມໄຊ), ເນື່ອງໃນໂອກາດບັນດາຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 – 5/9/2022), 45 ປິແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມືຫວຽດນາມ - ລາວ ( 1977 – 2022).

ທີ່ບັນດາການເຈລະຈາ, ສອງຝ່າຍໄດ້ປຶກສາຫາລື, ເຫັນດີເປັນເອກະພາບ, ລົງນາມຂໍ້ຕົກລົງຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ແຂວງ ເຊີນລາ ແລະ ບາງແຂວງທາງພາກເໜືອລາວ ສືບຕໍ່ສົມທົບກັນໃນວຽກງານໂຄສະນາເຜີຍແຜ່ເຖິງພະນັກງານ, ນັກຮົບ ແລະ ປະຊາຊົນແຕ່ລະປະເທດ ກ່ຽວກັບມູນເຊື້ອສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ແຂວງ ເຊີນລາ ແລະແຂວງ ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ອຸດົມໄຊ ເວົ້າສະເພາະ; ຮັກສາແລກປ່ຽນບັນດາຄະນະປະຕິບັດງານໄປຢ້ຽມຢາມມິດຕະພາບ, ເຮັດວຽກ, ແລກປ່ຽນບົດຮຽນໃນທຸກຂົງເຂດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.