ອ່າວ​ລານ​ຮ້າ - ຄວາມ​ງາມດັ່ງ​ໃນ​ຝັນ

11:27 | 28/09/2022

ຍສໝ - ບໍ່​ຄື​ກັບ​ອ່າວ​ຮ່າ​ລອງ, ອ່າວ​ລານ​ຮ້າ ​ມີ 139 ຫາດ​ຊາຍເຫຼືອງນ້ອຍໆ, ໜ້າ​ຮັກ ແລະ ​ທໍາມະຊາດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ. ມີຫາດຊາຍຫຼາຍແຫ່ງ ຍາວຢຽດລຽບສອງພູຫີນ, ງຽບສະຫງົບ.

ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ

ອ່າວ​ລານ​ຮ້າ ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເກາະ ກ໊າດບ່າ ແລະ ​ທາງ​ທິດ​ໃຕ້​ຂອງ​ອ່າວ​ຮ່າ​ລອງ. ອ່າວປະກອບດ້ວຍປະມານ 400 ເກາະ, ຂະຫນາດໃຫຍ່ ແລະ ນ້ອຍ, ສ້າງເປັນຮູບພາບໃຫຍ່ໂຕມະໂຫຖານຄືເທວະໂລກ.

ອ່າວ​ລານ​ຮ້າ - ຄວາມ​ງາມດັ່ງ​ໃນ​ຝັນ
ມຸມໜຶ່ງຂອງອ່າວ​ລານ​ຮ້າ. ພາບ: ລານເຕື່ອງ

ຢູ່ອ່າວ, ເຈົ້າສາມາດເຫັນເກາະນ້ອຍໆບາງແຫ່ງທີ່ມີຫາດຊາຍຢູ່ຕີນພູຫີນ. ຢູ່​ອ່າວ​ລານ​ຮ້າ, ມີ​ໝູ່​ບ້ານ​ເທິງ​ນ້ຳ ກ໊າຍແບ່ວ, ມີ 200 ​ກວ່າ​ຄອບຄົວ​ດຳລົງ​ຊີວິດ​ຢູ່​ເຮືອນ​ທີ່​ຖືກ​ອອກ​ແບບ​ເທິງ​ໜ້າ​ນ້ຳ, ນັກ​ບູຮານ​ຄະດີ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໄດ້ຄົ້ນຫາປະຫວັດສາດການຄົງຕົວ​ນັບ​ພັນ​ປີຂອງໝູ່​ບ້ານ​ດັ່ງກ່າວ​.

ອ່າວ​ລານ​ຮ້າ - ຄວາມ​ງາມດັ່ງ​ໃນ​ຝັນ
ເຮືອທ່ອງທ່ຽວຢູ່ອ່າວລານຮ້າ. ພາບ: ລານເຕື່ອງ

ບໍ່​ຄື​ກັບ​ອ່າວ​ຮ່າ​ລອງ, ອ່າວ​ລານ​ຮ້າ ​ມີ 139 ຫາດ​ຊາຍເຫຼືອງນ້ອຍໆ, ໜ້າ​ຮັກ ແລະ ​ທໍາມະຊາດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ. ມີຫາດຊາຍຫຼາຍແຫ່ງ ຍາວຢຽດລຽບສອງພູຫີນ, ງຽບສະຫງົບ. ຢູ່​ໃຕ້​ນ້ຳ​ສີຟ້າ​ໃສ​ແມ່ນ​ປະ​ກາ​ລັງ​ທີ່​ມີ​ສີສັນຫຼາກຫຼາຍ ​ຄື: ຫາດ ວ້ານໂຍ່ຍ, ວ້ານຮ່າ... ເຂດນ້ຳທະເລ​ທີ່​ສະຫງົບ​ຄື​ເກາະ ເຊັ໊ນ, ເກາະ ກູ່, ເກາະ ຂີ... ແມ່ນບ່ອນທີ່ແຂກທ່ອງທ່ຽວດໍາ ນໍ້າເພື່ອຊົມປະ​ກາ​ລັງ...

ອ່າວ​ລານ​ຮ້າ - ຄວາມ​ງາມດັ່ງ​ໃນ​ຝັນ
ພາຍເຮືອ kayak ຢູ່ອ່າວລານຮ້າ. ພາບ: ລານເຕື່ອງ

ຍ້ອນ​ຄວາມ​ສວຍ​ງາມ​ທາງ​ທຳ​ມະ​ຊາດ​ທີ່ປະຖົມປະຖານ ​ແລະ ​ງຽບ​ສະ​ຫງົບ, ປະຈຸ​ບັນ​ອ່າວ​ລານ​ຮ້າ​ ໄດ້​ຮັບ​ການຂຸດຄຄົ້ນຄື​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວພັກຜ່ອນຢ່ອນອາລົມ​ທີ່​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດຖັດຈາກ ​ອ່າວຮ່າ​ລອງ.

ບູນມີ

ເຫດການ
302 Found

Found

The document has moved here.