ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022

15:46 | 18/08/2022

ຍສໝ - ເວັບ​ໄຊ​ທ່ອງ​ທ່ຽວ​ກາ​ນາ​ດາ The Travel ​ໄດ້​ຈັດ​ ​ອ່າວ​ຮ້າ​ລອງ ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ແຫຼ່ງທ່ອງ​ທ່ຽວ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ປີ 2022, ​ໃນ​ອັນ​ດັບ​ທີ 5.

ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ ກວາງນິງ ບໍ່ພຽງແຕ່ມີອ່າວຮ້າລອງເທົ່ານັ້ນ
ຊົມສິ່ງມະຫັດສະຈັນຂອງໂລກ ແລະ ນະຄອນຈາກມຸມສູງ ຊົມສິ່ງມະຫັດສະຈັນຂອງໂລກ ແລະ ນະຄອນຈາກມຸມສູງ

ຫວ່າງແລ້ວນີ້, ​ເວັບ​ໄຊ The Travel ​ໄດ້​ຈັດ​ອັນ​ດັບ 10 ຈຸດ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ປີ 2022 ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ທັດສະນີຍະພາບ ​ເຊັ່ນ ຜາຫີນ, ໜອງນ້ຳກ້າມ, ໝູ່​ບ້ານ​ບູຮານ, ຫາດ​ຊາຍທະເລ​ທີ່​ສວຍ​ງາມ, ປ່າ​ສະຫງວນ​ແຫ່ງ​ຊາດ ​ແລະ​ ອື່ນໆ.

ໃນ​ລາຍ​ການຈັດ​ໂດຍ​ໜັງ​ສື​ພິມ​ ກາ​ນາ​ດາ , ອ່າວ​ຮ້າ​ລອງ​ຂອງ​ຫວຽດ​ນາມ​ຢືນ​ອັນ​ດັບ​ທີ 5 ດ້ວຍ​ຄຳ​ເຫັນຍ້ອງຍໍຢ່າງຕັ້ງໜ້າ.

ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022
ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022. (ພາບ: baoquocte)

ໂດຍຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງຫວຽດນາມ, ໄດ້ຮັບຮອງເປັນມໍລະດົກໂລກ ຈາກອົງການ UNESCO, ອ່າວຮ່າລອງ ປະກອບດ້ວຍ 1.600 ເກາະຫີນປູນທີ່ປະຖົມປະຖານ, ໂດດເດັ່ນຢູ່ທະເລສີຟ້າ, ບາງຄັ້ງກໍ່ປົກຄຸມໂດຍນ້ຳໝອກຢ່າງເລິກລັບມະຫັດສະຈັນ.

The Travel ແນະນໍາວ່າ ວິທີທີ່ດີທີ່ສຸດ ທີ່ຈະສໍາຜັດກັບສະຖານທີ່ນີ້ແມ່ນການຂີ່ເຮືອຂະຫນາດນ້ອຍ, ພາຍເຮືອຜ່ານພູມສັນຖານທີ່ໂດດເດັ່ນຂອງອ່າວ.

"ນັກທ່ອງທ່ຽວສາມາດຄົ້ນຫາການກຳເນີດຂອງຖ້ຳຫີນທີ່ສວຍງາມຢູ່ໃນຖ້ໍາ Thien Cung ຫຼື Sung Sot ຫຼື ຊົມວິວອ່າວນ້ໍາສີຟ້າ," ເວັບໄຊທ໌ຂຽນ.

ໃນ​ລາຍ​ການ​ນີ້, ອັງ​ກໍ​ວັດ (ກຳ​ປູ​ເຈຍ) ຢືນ​ອັນ​ດັບ​ທີ 4, ສູງ​ກວ່າ​ອ່າວ​ຮ້າ​ລອງ 1 ລະ​ດັບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.