ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ

11:43 | 08/07/2022

ຍສໝ-ວັນ​ທີ 4 ກໍລະກົດ, ຄະນະ​​ວິ​ສາ​ຫະກິດ ຫວຽດນາມ ລວມມີນັກທຸລະກິດ 23 ທ່ານ, ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໂດ໊ທັ໋ງຫາຍ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ​ເມັກ​ຊິໂກ ຢູ່​ນະຄອນຫຼວງ Mexico City, ​ເພື່ອແນໃສ່​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເສດຖະກິດ ​ແລະ ການ​ລົງທຶນ​ກັບບັນດາຄູ່ຮ່ວມມືຢູ່ປະເທດປະຈໍາຖິ່ນ.

ເສດຖະກິດ ຫວຽດນາມ ຟື້ນຟູຢ່າງຕັ້ງໜ້າ, ຄາດວ່າລະດັບເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42 % ເສດຖະກິດ ຫວຽດນາມ ຟື້ນຟູຢ່າງຕັ້ງໜ້າ, ຄາດວ່າລະດັບເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42 %
ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ, ສ້າງລະບົບການຜະລິດ ແລະ ການສະໜອງຢູ່ພາກພື້ນໃຫ້ເປັນປົກກະຕິ ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ, ສ້າງລະບົບການຜະລິດ ແລະ ການສະໜອງຢູ່ພາກພື້ນໃຫ້ເປັນປົກກະຕິ
ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ
ທ່ານ​ຮອງ​ລັດຖະມົນຕີ ໂດ໊ທັ໋ງຫາຍ ກ່າວຄໍາປາໄສທີ່ເວທີປາໄສ( ພາບ: TTXVN)

ທ່ານນາງຮອງລັດຖະມົນຕີເສດຖະກິດ Mexico Luz Maria de la Mora ເນັ້ນໜັກວ່າ ເມັກຊິໂກ ຖື ຫວຽດນາມ ​ແມ່ນ​ຕະຫຼາດທີ່ມີ​ຄວາມສຳຄັນທາງດ້ານ​ຍຸດ​ທະ​ສາດ​ຂອງ ເມັກ​ຊິ​ໂກ ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ເມັກ​ຊິ​ໂກ ພ້ອມ​ທີ່​ຈະ​ກາຍ​ເປັນ​ປະຕູ​ເພື່ອໃຫ້​ສິນຄ້າ​ ຫວຽດນາມ ​ເຂົ້າ​ສູ່ຕະຫຼາດ​ອາ​ເມ​ລິ​ກາ​ເໜືອ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ.

ທ່ານນາງ​ຮອງ​ລັດຖະມົນຕີ Luz Maria ສະແດງຄວາມປາດ​ຖະໜາ​ວ່າ ບັນດາອົງການຮັບຜິດຊອບຂອງສອງປະ​ເທດ​ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ ແລະ ບັນດາ​ວິ​ສາ​ຫະກິດ​ຂອງສອງຝ່າຍ​ຈະໜູນໃຊ້​ທ່າ​ໄດ້​ປຽບ​ຂອງ​ສັນຍາ​ຄູ່​ຮ່ວມ​ມືຮອບດ້ານ ແລະ ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ຢ່າງ​ມີ​ປະສິດທິ​ຜົນ, ຜ່ານ​ນັ້ນ​ ກໍຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ, ປະກອບສ່ວນເຂົ້າໃນການ​ຟື້ນ​ຟູ​ເສດຖະກິດ​ ພາຍຫຼັງ​ໂລກ​ລະບາດ​ໂຄ​ວິດ-19. ທ່ານນາງ Luz Maria ຢືນຢັນ​ວ່າ, ກະຊວງ​ເສດຖະກິດ​ເມັກ​ຊິ​ໂກ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ແລະ ໜູນ​ຊ່ວຍ​​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດສອງຝ່າຍໃຫ້ຫຼາຍທີ່ສຸດ.

ທ່ານ​ຮອງ​ລັດຖະມົນຕີ ໂດ໊ທັ໋ງຫາຍ ​ເນັ້ນ​ໜັກ​ວ່າ ຫວຽດນາມ ປາດ​ຖະໜາ​ຢາກ​ຍົກສູງກວ່າອີກ​ສໍາລັບມູນຄ່າວົງເງິນ​ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ເມັກ​ຊິໂກ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ພະລັງງານ, ​ໂທລະ​ຄົມມະນາຄົມ, ກະສິກຳ​ທີ່ນໍາໃຊ້ເຕັກນິກ ​ທັນສະໄໝ ​ແລະ ບັນດາຂະແໜງການອຸດສາຫະກຳ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ. ພ້ອມ​ກັນ​ນັ້ນ, ກໍ​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ສອງ​ຝ່າຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.