ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ

16:53 | 30/12/2023

ຍສໝ - ວັນ​ທີ 29 ທັນວາ​ນີ້, ລັດຖະບານ​ເມັກ​ຊິ​ໂກ ​ໄດ້ເປີດ​ສະຫຼອງສູນການແຈກຢາຍຢາ​ແຫ່ງ​ຊາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ເພື່ອ​ນຳ​ເອົາ​ຜະລິດ​ຕະພັນ​ການ​ແພດ​ໂດຍ​ບໍ່​ເສຍ​ຄ່າ​​ໄປ​ໃຫ້​ເຖິງມືຄົນ​ເຈັບ​ພາຍ​ໃນ​ເວລາ 48 ຊົ່ວ​ໂມງ​ໃນ​ທົ່ວ​ປະ​ເທດ​ນີ້.

ກອງທັບປະຊາຊົນຫວຽດນາມ: ສູ້ຊົນສ້າງຜົນງານໃໝ່, ຂີດໝາຍໃໝ່ ກອງທັບປະຊາຊົນຫວຽດນາມ: ສູ້ຊົນສ້າງຜົນງານໃໝ່, ຂີດໝາຍໃໝ່
ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ໂຄງການ​ທີ່​ມີ​ຊື່​ວ່າ "ສາງໃຫຍ່ການຢາແຫ່ງ​ຊາດ​ເພື່ອ​ສຸຂະພາບ​ຂອງ​ປະຊາຊົນ" ​ໃນ​ເນື້ອ​ທີ່ 50 ​ເຮັກຕາ ຢູ່​ໃຈກາງ​ນະຄອນ Huehuetoca, ປະທານາທິບໍດີ​ເມັກ​ຊິ​ໂກ ທ່ານ Andrés Manuel López Obrador ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຈຸດ​ເວລາ​ປະຫວັດສາດ ​ເພາະວ່າ​ນັບ​ແຕ່​ນີ້​ໄປ ຊາວເມັກຊິໂກ ທຸກຄົນຈະໄດ້ຮັບຢາຟຣີຢ່າງສົມບູນໃນເວລາໄວທີ່ສຸດ.

ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ
ທ່ານປະທານາທິບໍດີເມັກຊິໂກ Andrés Manuel López Obrador ໃນພິທີເປີດສະຫຼອງສູນການແຈກຢາຍຢາແຫ່ງຊາດ. ພາບ: AP.

ໂດຍຢືນຢັນວ່າ ນີ້ແມ່ນໂຄງການທີ່ຈະເຮັດໃຫ້ເມັກຊິໂກ ເປັນປະເທດທໍາອິດ ແລະ ໜຶ່ງດຽວໃນໂລກທີ່ສາມາດສະຫນອງຢາໂດຍບໍ່ເສຍຄ່າ ແລະ ໄປເຖິງປະຊາຊົນທັງຫມົດຢ່າງທັນການ, ທ່ານປະທານາທິບໍດີ Obrador ກ່າວວ່າ ການເກີດມີ "ສາງໃຫຍ່ການຢາແຫ່ງຊາດເພື່ອສຸຂະພາບຂອງປະຊາຊົນ" ສະແດງໃຫ້ເຫັນເຖິງເມັກຊິໂກ ມີນະໂຍບາຍເພື່ອຮັບປະກັນຊີວິດສັງຄົມທີ່​ດີ​ເລີດ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບໍ່​ໃຫ້​ປະ​ຊາ​ຊົນ​ຕົກ​ຢູ່​ໃນສະພາບການ​ທີ່​ບໍ່​ມີ​ຢາ​ປົວ​ພະ​ຍາດ.

ການສະໜອງຢາໂດຍບໍ່ເສຍຄ່າບໍ່ພຽງແຕ່ຮັບປະກັນສຸຂະພາບຂອງປະຊາຊົນໃນປະຈຸບັນເທົ່ານັ້ນ, ແຕ່ຍັງຮັບປະກັນການພັດທະນາສຸຂະພາບຂອງຄົນຮຸ່ນຫຼັງນຳອີກ.

ເມັກຊິໂກ ປະຕິບັດນະໂຍບາຍການກວດ ແລະ ປິ່ນປົວພະຍາດຟຣີ ສໍາລັບປະຊາຊົນຢູ່ໃນໂຮງຫມໍ ແລະ ພື້ນຖານສາທາລະນະສຸກຂອງລັດ, ລວມທັງຜູ້ທີ່ບໍ່ມີປະກັນໄພສຸຂະພາບ. ປະຈຸ​ບັນ, ປະ​ເທດ​ນີ້​ມີ 130 ລ້ານ​ຄົນ ​ມີ​ໂຮງໝໍ 4.500 ​ແຫ່ງ, ​ໃນ​ນັ້ນ​ມີ 33% ​ແມ່ນ​ໂຮງໝໍ​ລັດ, 67% ​ແມ່ນເປັນຂອງ​ພາກ​ເອກະ​ຊົນ ​ແລະ ດຳ​ເນີນ​ທຸລະ​ກິດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.