ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ

15:00 | 19/08/2022

ຍສໝ - ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້.

ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​​ເອົາ​ໃຈໃສ່​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ປົກ​ປັກ​ຮ​ັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ຄະນະຜູ້ແທນພັກກອມມູນິດຫວຽດນາມໂດຍ ທ່ານ ເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດ ໃນລະຫວ່າງວັນທີ 10 – 15 ສິງຫາ.

ຫ​ວຽດ​ນາມ - ອັງ​ກິດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ
ບັນຍາກາດທີ່ການເຮັດວຽກລະຫວ່າງສອງຝ່າຍ. ພາບ: TTXVN

ໃນໄລຍະປະຕິບັດການຢ້ຽມຢາມ, ຄະນະໄດ້ມີການພົບປະ, ແລກປ່ຽນກັບທ່ານ Graham Stuart ລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ, ຮັບຜິດຊອບເອີລົບ, ທ່ານ Nigel Evans ຮອງປະທານສະພາຕ່ຳ ອັງກິດ, ທ່ານ Nigel Adams ລັດຖະມົນຕີຫ້ອງວ່າການລັດຖະບານ ອັງກິດ, ທ່ານ Richard Fuller ຮອງລັດຖະມົນຕີກະຊວງການເງິນອັງກິດ, ທ່ານ Robert Griffiths ເລຂາທິການໃຫຍ່ ພັກກອມມູນິດ ອັງກິດ.

ການນຳລັດຖະບານ, ສະພາແຫ່ງຊາດອັງກິດຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ການພົວພັນຄູ່ຮ່ວມມື ຍຸດທະສາດລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າທີ່ສຸດ, ເປັນຕົ້ນ ແມ່ນນັບແຕ່ເວລາສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ຮັບການລົງນາມ ແລະ ມີຜົນບັງຄັບໃຊ້.

ປະຊາຄົມວິສາຫະກິດ ອັງກິດ ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຂອງ ຄະນະຈະປະກອບສ່ວນສຳຄັນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວສຳຫຼວດກວດກາຕະຫຼາດເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລົງທຶນຢູ່ ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່, ເປັນຕົ້ນແມ່ນໄຟຟ້າແຮງ ລົມຢູ່ນອກຊາຍຝັ່ງທະເລ.

ສ່ວນບັນດາອົງການເສດຖະກິດ, ການເງິນຂອງລັດຖະບານ ອັງກິດກໍ່ຄືອົງການ ຈັດຕັ້ງການເງິນ, ສິນເຊື່ອ, ທະນາຄານອັງກິດ ກໍ່ສະແດງການສະໜັບ ສະໜູນຢ່າງແຮງ ແລະ ພ້ອມແລ້ວທີ່ຈະປະກອບແຫຼ່ງກຳລັງການເງິນ ເພື່ອແນໃສ່ຫັນບັນດາແຜນນະໂຍບາຍ, ການກຳນົດທິດນະໂຍບາຍຂອງ ຫວຽດນາມ ໃນຂົງເຂດເສດຖະກິດໃຫ້ປະກົດຜົນເປັນຈິງ.

ບູນມີ

ເຫດການ
302 Found

Found

The document has moved here.