ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ

07:08 | 16/08/2022

ຍສໝ - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຟື້ນຟູນະໂຍບາຍເຂົ້າ - ອອກເມືອງ ໄວທີ່ສຸດໃນໂລກ ແຕ່ວັນທີ 15 ມີນາ 2022 ດ້ວຍການຕໍ່ວີຊາ ແລະ ນະໂຍບາຍຍົກເວັ້ນວີຊາໃຫ້ບັນດາປະເທດ.

ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ

ຫວ່າງແລ້ວນີ້, ໃນກອງປະຊຸມຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ, ເມື່ອແບ່ງປັນຂໍ້ມູນກ່ຽວກັບການດຶງດູດແຂກທ່ອງທ່ຽວສາກົນມາທ່ຽວ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຟື້ນຟູນະໂຍບາຍ ເຂົ້າ - ອອກເມືອງ ໄວທີ່ສຸດໃນໂລກ ແຕ່ວັນທີ 15 ມີນາ 2022 ດ້ວຍການຕໍ່ວີຊາ ແລະ ນະໂຍບາຍຍົກເວັ້ນວີຊາໃຫ້ບັນດາປະເທດ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ປະຈຸບັນ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີນະໂຍບາຍເຂົ້າ - ອອກເມືອງສະດວກທີ່ສຸດຫຼັງໂລກລະບາດໂຄວິດ - 19.

ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ. ພາບ: TTXVN

ເພື່ອຊຸກຍູ້ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວແບບຍືນຍົງຢ່າງແທ້ຈິງ, ບັນດາອົງການເຈົ້າໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ໄດ້ ແລະ ພວມສຸມໃສ່ສ້າງສະພາບແວດລ້ອມທ່ອງທ່ຽວສີຂຽວ, ຕິດພັນກັບການພັດທະນາ ການທ່ອງທ່ຽວດ້ວຍການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າ ແລະ ສີສັນ ວັດທະນະທຳຂອງຊາດ, ຍົກສູງຄຸນນະພາບຜະລິດຕະພັນ ແລະ ການບໍລິການ ທ່ອງທ່ຽວ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ ການທ່ອງທ່ຽວໃຫ້ເໝາະສົມກັບການທ່ອງທ່ຽວຫວຽດນາມ ອອກສູ່ໂລກ, ພິເສດແມ່ນໝູນໃຊ້ເຕັກໂນໂລຢີທັນສະໄໝ ດ້ວຍເນື້ອໃນປ່ຽນໃໝ່ຄວາມຮຽກ ຮ້ອງຕ້ອງການຂອງແຂກທ່ອງທ່ຽວ; ເພີ່ມທະວີມູນເຊື້ອ, ການໂຄສະນາກ່ຽວກັ ບບັນດາຂໍ້ມູນທີ່ດູດດື່ມກວ່າ.

ນີ້ແມ່ນທັດສະນະກໍຄືການກຳນົດທິດຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.