ທ່ານ​ປະ​ທ​ານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ເວດ, ອິດ​ສະ​ລາ​ແອັນ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

08:50 | 11/08/2022

ຕອນບ່າຍວັນທີ 10 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູເວດ Yousef Ashour Al-sabbagh ແລະ ທ່ານເອກອັກຄະລັດຖະທູດ ອິດສະລາແອັນ Yaron Mayer ເຂົ້າຍື່ນສານຕາຕັ້ງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູເວດ Yousef Ashour Al-sabbagh (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູເວດ Yousef Ashour Al-sabbagh (ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູເວດ Yousef Ashour Al-sabbagh, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ກູເວດແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ບົນພື້ນຖານການພົວພັນອັນດີງາມ ພາຍຫຼັງ 46 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ປະທານປະເທດ ສະເໜີໃຫ້ສອງປະເທດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງການຜັນຂະຫຍາຍບັນດາກົນໄກການຮ່ວມມືຄືກອງປະຊຸມຄັ້ງທີ 3ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກູເວດ ແລະ ການປຶກສາຫາລືການເມືອງຄັ້ງທີ 4 ລະຫວ່າງສອງກະຊວງການຕ່າງປະເທດ; ສືບຕໍ່ສົມທົບກັນເປັນຢ່າງດີຢູ່ເວທີປາໄສສາກົນ;

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກູເວດຈະສືບຕໍ່ສະໜັບສະໜູນ ຫວຽດນາມ ຢູ່ເວທີປາໄສ ແລະ ອົງການຈັດຕັ້ງສາກົນຕ່າງໆ; ສືບຕໍ່ສະໜອງທຶນການສຶກສາ ໃຫ້ນັກຮຽນຫວຽດນາມ ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດສັງຄົມ, ພິເສດແມ່ນເຂດຊົນນະບົດ, ເຂດປະສົບກັບຄວາມຫຍຸ້ງຍາກ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິດສະລາແອັນ Yaron Mayer, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຮ່ວມມືກັບອິດສະລາແອັນ. ປະທານປະເທດສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນ; ຊຸກຍູ້ກົນໄກການຮ່ວມມື ທີ່ໄດ້ລົງນາມ, ເພີ່ມທະວີການສົມທົບ ແລະ ສະໜັບສະໜູນ ເຊິ່ງກັນແລະກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ. ປະທານປະເທດຫວັງວ່າ ໃນອາຍຸການປະຕິບັດງານຂອງຕົນ ເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າເພື່ອຍົກວົງເງິນການຄ້າຂຶ້ນເປັນ 10 ຕື້ USD.

ສະແດງຄວາມຂອບອົກຂອບໃຈ, ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ອິດສະລາແອັນ Yaron Mayer ຢັ້ງຢືນວ່າ ຈະສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ ຊຸກຍູ້ການລົງນາມສັນຍາການຄ້າເສລີ ຫວຽດນາມ - ອິດສະລາແອັນໂດຍໄວ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຂອງສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.