ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນແຜນທີ່ການລົງທຶນຂອງ ອິດສະລາແອັນ

09:58 | 21/08/2023

ຍສໝ - ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ ໄດ້ຢັ້ງຢືນວ່າ ດ້ວຍ ສັນຍາການຄ້າເສລີ ສອງຝ່າຍ (FTA) ທີ່ຫາກໍ່ໄດ້ຮັບການລົງນາມ, ຫວຽດນາມ ເລີ່ມກາຍເປັນຄູ່ຮ່ວມມືສຳຄັນໃນແຜນທີ່ການລົງທຶນຂອງ ອິດສະລາແອັນ.

ເມື່ອແບ່ງປັນກັບສື່ມວນຊົນໃນວັນທີ 16 ສິງຫາ ໃນຂອບເຂດການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 13 - 17 ສິງຫາ, ທ່ານລັດຖະມົນຕີ Nir Barkat ຢັ້ງຢືນວ່າ ພາຍຫຼັງ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (12/7/1993), ຫວຽດນາມ ແລະ ອິດສະລາແອັນ ລ້ວນແຕ່ມີຄວາມປາດຖະໜາຢາກຍູ້ແຮງການຮ່ວມມືໃນທົ່ວໂລກ.

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນແຜນທີ່ການລົງທຶນຂອງ ອິດສະລາແອັນ
ທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະລາແອັນ (ພາບ: TTXVN)

ສອງປະເທດໄດ້ລົງນາມໃນບັນດາສັນຍາການຄ້າເສລີ ແລະ ຮ່ວມມືກັບຫຼາຍປະເທດ ແລະ ເຂດແຄ້ວນໂດຍໄວ. ລັດຖະມົນຕີສອງປະເທດລ້ວນແຕ່ເຫັນໄດ້ບັນດາກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນໄລຍະຈະມາເຖິງ.

ຕາມທ່ານລັດຖະມົນຕີ Barkat ແລ້ວ, ເລື່ອງສ້າງສາຍການບິນໂດຍກົງລະຫວ່າງສອງປະເທດ ຈະແມ່ນບາດກ້າວບຸກທະລຸ ໃນການພົວພັນສອງຝ່າຍ. ສອງປະເທດຈະເພີ່ມທະວີການເຕີບໂຕໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ການຄ້າ ກໍ່ຄືບັນດາຂົງເຂດອື່ນໆ, ພ້ອມທັງມີຜະລິດຕະພັນຫວຽດນາມ ຫຼາຍຢ່າງຈະໄດ້ສົ່ງອອກໄປຍັງອິດສະລາແອັນ ແລະ ມີເຕັກໂນໂລຢີອິດສະລາແອັນຫຼາຍຢ່າງຈະນຳເຂົ້າ ຫວຽດນາມ.

ຕາມທ່ານ Barkat ລັດຖະມົນຕີ ແລ້ວ,ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດທີ່ມີພົນລະເມືອງກວ່າ 100 ລ້ານຄົນ ແລະ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດເທົ່ານັ້ນ, ແຕ່ຍັງເປັນປະຕູເຂົ້າສູ່ປະຊາຄົມ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ພາກພື້ນອາຊີໃຕ້, ສ້າງ “ກາລະໂອກາດໃຫຍ່” ໃຫ້ແກ່ ອິດສະຣາແອັນ.

ກ່ຽວ​ກັບສິ່ງ​ທ້າ​ທາຍ​ໃນການ​ຄ້າ​ສອງ​ຝ່າຍ, ທ່ານ Barkat ​ເນັ້ນ​ໜັກ​ວ່າ: ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິດສະຣາ​ແອັນ ລ້ວນ​ແຕ່​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນກ່ຽວກັບອະນາຄົດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.