ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອັນ ຢັ້ງ​ຢືນ ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

06:30 | 11/08/2022

ຫວຽດນາມ ມີທີ່ຕັ້ງສຳຄັນຍິ່ງໃນນະໂຍບາຍການຕ່າງປະເທດຂອງ ອິດສະຣາແອັນ.

ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022 ADB: Kinh tế Việt Nam sẵn sàng phục hồi, dự kiến tăng trưởng 6,5% trong năm 2022
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog (ພາບ: dangcongsan.vn)
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog (ພາບ: dangcongsan.vn)

ວັນທີ 09 ສິງຫາ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ຫຼີດຶກຈູງ ເຂົ້າຍື່ນສານຕາຕັ້ງຂອງປະທານປະເທດ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ອິດສະຣາແອັນ Isaac Herzog ສະແດງຄວາມຄວາມເຄົາລົບນັບຖືຢ່າງໃຫຍ່ຫຼວງຕໍ່ທ່ານປະທານ ໂຮ່ຈີມິນ, ພິເສດແມ່ນມີຄວາມຈັບອົກຈັບໃຈກັບປະຫວັດສາດ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ທ່ານ Herzog ກໍແບ່ງປັນຄວາມປາດຖະໜາວ່າ 2 ຝ່າຍສາມາດເພິ່ມທະວີການແລກປ່ຽນວິຊາການສຶກສາໃນການສຳຜັດ, ສັງເກດ, ຕີລາຄາວິທີການຮັບມືກັບການແກ້ງແຍ້ງຍຸດທະສາດຂອງບັນດາປະເທດໃຫຍ່ທີ່ນັບມື້ນັບສັບສົນ ແລະ ສະພາບແວດລ້ອມຄວາມໝັ້ນຄົງທົ່ວໂລກ ຍັງຂາດສະຖຽນລະພາບໃນຫຼາຍດ້ານ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ມີທີ່ຕັ້ງສຳຄັນຍິ່ງໃນນະໂຍບາຍການຕ່າງປະເທດຂອງ ອິດສະຣາແອັນ. ສ່ວນ ທ່ານເອກອັກຄະລັດຖະທູດ ຫຼີດຶກຈູງ ສະແດງຄວາມເປັນກຽດ ທີ່ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັກຖະທູດ ຫວຽດນາມ ປະຈຳ ອິດສະຣາແອັນ ແລະ ຫວັງວ່າ ທ່ານປະທານາທິບໍດີ Herzog ຈະຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອິດສະຣາແອັນ ໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນປີ 2023 ເຊິ່ງເປັນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ 2 ປະເທດ ຄົບຮອບ 30 ປີ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.