ຫົວໜ້າກົມກົງສຸນ ມອບໃບຕົກລົງຮັບກົງສຸນໃຫຍ່ ກູເວດ ປະຈຳນະຄອນ ໂຮ່ຈິມິນ

00:00 | 11/12/2023

ຍສໝ - ວັນ​ທີ 11 ທັນວາ, ຫົວໜ້າ​ກົມ​ກົງສຸນ ຢວານຮວ່າງມິງ ໄດ້​ມອບ​ໃບຕົກລົງຮັບກົງສຸນ​ໃຫ້​ທ່ານ Talal A S H Alhazza, ກົງ​ສຸນ​ໃຫຍ່​ຄົນ​ໃໝ່​ຂອງ ກູ​ເວດ ປະຈຳນະຄອນ​ ໂຮ່ຈິມິນ.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ
ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານຫົວໜ້າກົມ ຢວານຮວ່າງມິງ ​ໄດ້​ຊົມ​ເຊີຍ​ທ່ານ Talal A S H Alhazza ທີ່​ດຳລົງ​ຕຳ​ແໜ່​ງ​ໃໝ່, ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ​ຂອງ​ຕົນ, ທ່ານກົງສຸນໃຫຍ່ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ເວົ້າ​ລວມ ​ແລະ ການ​ພົວພັນ​ດ້ານ​ກົງສຸນ​ ເວົ້າ​ສະ​ເພາະ.

ຫົວໜ້າກົມກົງສຸນ ມອບໃບຕົກລົງຮັບກົງສຸນໃຫຍ່ ກູເວດ ປະຈຳນະຄອນ ໂຮ່ຈິມິນ

ທ່ານຫົວໜ້າ​ກົມ​ກົງສຸນ ຢວານຮວ່າງມິງ ໄດ້​ມອບ​ໃບຕົກລົງຮັບກົງສຸນ​ໃຫ້​ທ່ານ Talal A S H Alhazza, ກົງ​ສຸນ​ໃຫຍ່​ຄົນ​ໃໝ່​ຂອງ ກູ​ເວດ ປະຈຳນະຄອນ​ ໂຮ່ຈິມິນ.

ທ່ານ​ຫົວໜ້າກົມ ກໍ່​ເນັ້ນ​ໜັກ​ວ່າ ກະຊວງ​ການ​ຕ່າງປະ​ເທດ (ກົມ​ກົງສຸນ ແລະ ພະແນກການຕ່າງປະເທດ​ນະຄອນ ​ໂຮ່ຈີ​ມິນ) ​ແລະ ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຈະ​ຮ່ວມເດີນທາງ, ສົມທົບກັບ​ກົງ​ສູນ​ໃຫຍ່ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ທ່ານກົງ​ສູນ​ໃຫຍ່ຄົນ​ໃໝ່ ກູເວດ Talal A S H Alhazza ປະສົບ​ຜົນສຳ​ເລັດ​ໃນການ​ເຮັດ​ວຽກ​ຢູ່ ​ຫວຽດນາມ.

ສ່ວນ​ທ່ານ Talal A S H Alhazza ​ໄດ້​ຂອບ​ໃຈ​ທ່ານຫົວໜ້າກົມ ຢວານຮວ່າງມິງ ທີ່ໄດ້ສະຫຼະເວລາມາຮັບ ​ແລະ ມອບໃບຕົກລົງຮັບກົງສຸນ.

ທ່ານ Talal A S H Alhazza ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບໄດ້ຮັບການປັບປຸງ ແລະ ໝັ້ນຄົງກ່ວາ​ອີກ.

ດ້ວຍຖານະຕຳແໜ່ງເປັນກົງສຸນໃຫຍ່ ກູເວດ ປະຈຳນະຄອນ ໂຮ່ຈິ​ມິນ, ທ່ານ Talal A S H Alhazza ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ບັນລຸ​ໄດ້​ເປັນ​ຢ່າງ​ດີ, ພ້ອມ​ທັງ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.