ອາຫານພິເສດ 4 ເຍື່ອງໃນລະດູຮ້ອນຂອງພາກໃຕ້

16:30 | 27/07/2022

ຍສໝ-ຖ້າທ່ານມີໂອກາດໄດ້ແວ່ເຂົ້າໄປຢາມບັນດາແຂວງພາກໃຕ້ໃນລະດູຮ້ອນນີ້, ຈົ່ງເຊັບອາຫານພິເສດ 4 ເຍື່ອງຢູ່ຂ້າງລຸ່ມນີ້ເພື່ອຊີມລົດຊາດ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ອາຫານພາກໃຕ້ເມື່ອໃດກໍນຳມາເຊິ່ງຄວາມຮູ້ສຶກດ້ວຍລົດຊາດພິເສດ ແລະ ການປຸງແຕ່ງແບບແປກໆໃໝ່ໆ ແລະ ມີລັກສະນະສະເພາະໃຫ້ນັກທ່ອງທ່ຽວ. ລຸ່ມນີ້ແມ່ນອາຫານພິເສດ 4 ເຍື່ອງທີ່ໄດ້ຮັບຄວາມນິຍົມເມື່ອກ້າວເຂົ້າສູ່ລະດູຮ້ອນ.

ຢໍ່ພັນຈ໊າງບາງ

ອາຫານພິເສດ 4 ເຍື່ອງໃນລະດູຮ້ອນຂອງພາກໃຕ້
ຢໍ່ພັນຈ໊າງບາງ (ພາບ: : skyhubvn)

ຢໍ່ພັນຈ໊າງບາງຈາກ​ເຂດ​ໄຕ​ນິງ​ທີ່ເປັນເຂດຮ້ອນໆ ໄດ້ກິນນໍາກັບວັດຖຸດິບຕ່າງໆ ​ເຊັ່ນ: ຊີ້ນງົວ ກູ​ຈີ​, ຊີ້ນໝູສາມຊັ້ນຈືນ, ​ຊີ້ນໝູສາມຊັ້ນຕົ້ມ, ຂາ​ໝູ​ຕົ້ມ, ​ປີ້ງປາຄໍ່... ​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາເຍື່ອງອາຫານທີ່ໄດ້ນິຍົມຫຼາຍ​ທີ່​ສຸດ ໃນລະດູຮ້ອນ. ວັດຖຸດິບຕ່າງແມ່ນພັນກັບຜັກຊະນິດຕ່າງທີ່ສົດໆ ແລະ ຈໍ້າກັບນ້ໍາປາທີ່ໃສ່ຫມາກນັດສົດ ແລະ ເຄື່ອງປຸງແຕ່ງຕ່າງໆ.

ເຂົ້າແຫ້ມກິນກັບຈຽວຊີ້ນໝູຕົ້ມເຄັມ

ອາຫານພິເສດ 4 ເຍື່ອງໃນລະດູຮ້ອນຂອງພາກໃຕ້
ເຂົ້າແຫ້ມກິນກັບຈຽວຊີ້ນໝູຕົ້ມເຄັມ(ພາບ: nauankhongkho)

ຈຸດເດັ່ນຂອງອາຫານເຍື່ອງນີ້ແມ່ນຈຽວຊີ້ນໝູຕົ້ມເຄັມໄດ້ເຮັດຕາມສູດແຕ່ງກິນສະເພາະຂອງເຂດຕາເວັນຕົກ. ນ້ຳຈຽວຊີ້ນໝູຕົ້ມເຄັມແບບແຂ້ນອົ້ວຕົ້ວ, ທັງເຜັດ ແລະ ເຄັມແຕ່ມີຊົດຫວານໆ ໄດ້ກິນກັບເຂົ້າແຫ້ມທີ່ກອບໆຫອມໆ ເຊິ່ງນໍາມາລົດຊາດທີ່ເປັນເອກະລັກສະເພາະຂອງອາຫານການກິນພາກໃຕ້.

ປາບູ່ຈຸ່ມໃສ່ໃບຢ່າງ

ອາຫານພິເສດ 4 ເຍື່ອງໃນລະດູຮ້ອນຂອງພາກໃຕ້
ປາບູ່ຈຸ່ມໃສ່ໃບຢ່າງ (ພາບ: dienmayxanh.com)

ໜຶ່ງໃນບັນດາເຍື່ອງອາຫານພິເສດຂອງພາກໃຕ້ແມ່ນປາບູ່ຈຸ່ມໃສ່ໃບຢ່າງ. ໝໍ້ປາບູ່ຈຸ່ມໃສ່ໃບຢ່າງ ຈະລວມມີປາບູ່ສົດໆໃໝ່ໆ, ຜັກຕ່າງໆທີ່ມີຢູ່ໃນປ່າ, ໝາກເຜັດ, ໃບຢ່າງ... ປາສຸກພໍດີ, ຊີ້ນຫອມໆນຸ້ມໆ, ປະສົມກັບນໍ້າແກງມີລົດສົ້ມເຜັດ ສ່ວນຫຼາຍມັກກິນກັບເຂົ້າປຸ້ນ.

ແກງສົ້ມປາຄໍ່

ອາຫານພິເສດ 4 ເຍື່ອງໃນລະດູຮ້ອນຂອງພາກໃຕ້
ແກງສົ້ມປາຄໍ່ (ພາບ: chef. vn)

ແກງສົ້ມປາຄໍ່ແມ່ນເຍື່ອງອາຫານແບບຊົນນະບົດເຊິ່ງມີຢູ່ໃນບັນດາແຂວງພາກໃຕ້, ແຕ່ງກິນງ່າຍໆ ແລະ ກິນກໍງ່າຍ, ພິເສດໃນລະດູຮ້ອນ. ຄົນພາກໃຕ້ມີຄວາມຊິນເຄີຍແມ່ນມັກໃສ່ນໍ້າຕານໃນເວລາແຕ່ງກິນ ສະນັ້ນ ແກງສົ້ມປາຄໍ່ທີ່ຖືກລົດຊາດຈະແມ່ນຫວານໜ້ອຍບໜຶ່ງ. ແກງນີ້ມັກໃສ່ໝາກຂາມເພື່ອມີລົດສົ້ມປົນລົດຫວານ.

ຫອມມາລາ

ເຫດການ
302 Found

Found

The document has moved here.